639 Viewsຖ້າເຈົ້າບໍ່ຕ້ອງການເຈັບປວດຈາກການຖືກປະຕິເສດ ແລະ ຄວາມລົ້ມເຫຼວໃນການສ້າງຜົນລັບ ໃຫ້ກັບທຸລະກິດເຄືອຂ່າຍຂອງເຈົ້າອີກຕໍ່ໃປແລະຕ້ອງການຮູ້ວິທີ ດຶງດູດຜູ້ຄົນໃຫ້ເຂົ້າມາຂໍສະມັກເຮັດທຸລະກິດຮ່ວມກັບເຈົ້າເອງ ຖ້າທ່ານຕ້ອງການໃຊ້ອີນເຕີເນັດມາຊ່ວຍໃນການເຮັດ “ ທຸລະກິດການຕະຫຼາດແບ່ບເຄືອຂ່າຍ ” ແຕ່ບໍ່ຮູ້ວ່າຈະເລີ່ມຕົ້ນທີ່ຈຸດໃດກ່ອນ? ບົດຄວາມນີ້ຄືສີ່ງທີ່ຈະຊ່ວຍໃຫ້ທ່ານເຫັນທາງອອກໃນການເລີ່ມຕົ້ນໄດ້ ເຖີງວ່າຈະບໍ່ເຄີຍເຮັດມາກ່ອນກໍຕາມ. ແຕ່ກ່ອນອື່ນມີ 2 ສີ່ງທີ່ທ່ານຜູ້ອ່ານຈະຕ້ອງທຳຄວາມເຂົ້າໃຈກ່ອນ ເພື່ອທີ່ຈະເຮັດໃຫ້ທ່ານໄດ້ປະໂຫຍດສູງສຸດ ຫຼັງຈາກໄດ້ອ່ານບົດຄວາມນີ້ຂອງຂ້ອຍ ສີ່ງທໍາອິດທີ່ຕ້ອງທໍາຄວາມເຂົ້າໃຈຄື…..ຕ້ອງມີຊ່ວງເວລາຂອງການຮຽນຮຽນຮູ້ວິທີເຮັດທຸລະກິດເຄືອຂ່າຍໃນໂລກອອນໄລນ໌ ໂດຍສະເພາະແມ່ນຄົນທີ່ເຮັດທຸລະກິດແແບບ ອອຟໄລນ໌ ແບບ 100% ເພາະມີຫຼາຍສີ່ງທີ່ຕ້ອງ ຮຽນຮູ້ ໃນການໃຊ້ອີນເຕີເນັດມາຊ່ວຍໃນການສ້າງທຸລະກິດເຄືອຂ່າຍ ອັນດັບທີ 2 ທ່ານຕ້ອງຢູ່ໃຫ້ ຖືກທີ່…ຖືກເວລາ….ແລະ ໃດ້ຮັບຄໍາແນະນໍາທີ່ຖືກຕ້ອງ….ໃນການລົງມືສ້າງທຸລະກິດຢ່າງມີປະສິດທິພາບ….ເພາະມັນມັນບໍ່ແມ່ນແຕ່ການສຽບປັກ ແລ້ວຈະໃຊ້ງານໄດ້ທັນທີ. ເຖີງແມ່ນວ່າການສ້າງທຸລະກິດການຕະຫຼາດແບ່ບເຄືອຂ່າຍ ຈະເຮັດແບບ ອອຟໄລນ໌ ຫຼື ອອນລາຍໄລນ໌ ກໍຕາມລ້ວນແລ້ວແຕ່ເຮັດຫຼັກການດຽວກັນທີ່ຕ້ອງ….. ສ້າງລາຍຊື່ຜູ້ມຸ່ງຫວັງ. ມີການເປິດໂອກາດທາງທຸລະກິດກັບຜູ້ຄົນໃຫ້ຫຼາຍທີ່ສຸດ. ປິດການຂາຍສິນຄ້າ ແລະ ຊວນຄົນເຂົ້າຮ່ວມທຸລະກິດໃຫ້ໃດ້. ຂະຫຍາຍອົງກອນອອກຢ່າງນ້ອຍ 5 ອົງກອນ ຢ່າງເລິກເຊີ່ງເພື່ອສ້າງອົງກອນທີ່ໝັ້ນຄົງ. ມີິປະມານນີ້ທີ່ນັກທຸກິດເຄືອຂ່າຍທັງ ອອຟໄລນ໌ ແລະ ອອນໄລນ໌ ທີ່ຕ້ອງເຮັດຄືກັນ ແຕ່ມັນມີຄວາມແຕກຕ່າງໃນລາຍລະອຽດໃນວິທີການເຮັດການຕະຫຼາດ. ຄວາມແຕກຕ່າງລະຫວ່າງ ການເຮັດທຸລະກິດເຄືອຂ່າຍແບບດັ້ງເດີມ (ອອຟໄລນ໌) ກັບການໃຊ້ອີນເຕີເນັດເພື່ອສ້າງທຸລະກິດເຄືອຂ່າຍ. ການເຮັດທຸລະກິດເຄືອຂ່າຍແບບອອຟໄລນ໌ນັ້ນ….ຈະເປັນການເຂົ້າຫາຜູ້ຄົນແບບເຂົ້າປະຊິດຕິດຕົວໃນການຈະເລີ່ມຕົ້ນເປິດບົດສົນທະນາກັບຄົນຮູ້ຈັກ ຫຼື ຄົນທີ່ບໍ່ຮູ້ຈັກ ດວ້ຍວິທີການຢ່າງເຊັ່ນ ການເວົ້າໂອ້ລົມກັບຄົນອ້ອມຂາງ 3 ຟຸດ ໃຫ້ໄດ້ຫຼາຍທີ່ສຸດ ( Three foot rule) ແລະ ວິທີການເຫຼົ່ານີ້….. ການລິສ ລາຍຊື່ຄົນທີ່ຮູ້ຈັັກ ເພື່ອໂທຫາຄົນທີ່ຮູ້ຈັກ ແລະ ການໂທຫາຄົນທີ່ບໍ່ຮູ້ຈັກ. ການອອກໄປຫາຜູ້ທີ່ມີຄວາມມຸ່ງໝາຍ ຕາມສະຖານທີ່ຕ່າງໆ ການແຈກໃບປີວ. ການຈັດປະຊຸມຕາມໂຮງແຮມ ຫຼື ການໄປໂຄສະນາເປິດໂອກາດຕາມສະຖານທີ່ບ້ານເຮືອນ. ການເປິດການຂາຍ. ເຊີ່ງລ້ວນແຕ່ເປັນວິທີທີ່ໃຊ້ເວລາ ເງິນທືນ ແລະ ແຮງຢ່າງຫຼວງຫຼາຍ ໃນການເຮັດໃຫ້ຜູ້ທີ່ມີຄວາມມຸ່ງຫວັງຈັກຄົນໜື່ງເຂົ້າຮ່ວມທຸລະກິດກັບທ່ານ. ແຕ່ສີ່ງທີ່ເກິດຂື້ນໃນທຸກມື້ນີ້…ຜູ້ຄົນຈຳນວນຫຼາຍຕ້ອງການວິທີການທີ່ງ່າຍກວ່າ, ໄວກວ່າ ແລະ ມີຊ່ອງທາງໃນການຕິດຕໍ່ຜູ້ຄົນຫຼາຍຂື້ນ ເຖີງແມ່ນວ່າຈະຢູ່ກັນຄົນລະທະວີບເລີຍກໍຕາມ ກໍສາມາດສື່ສານກັນໄດ້ ເຮັດທຸລະກິດຮ່ວມກັນໄດ້ງ່າຍຂື້ນ ເມື່ອອີນເຕີເນັດກັບໂລກອອນລາຍ ເຮັດໃຫ້ຊ່ອງທາງໃນການຕິດຕໍ່ສື່ສານກັນຂອງຜູ້ຄົນໃດ້ງ່າຍຂື້ນ ນັ້ນກໍ່ໃຫ້ເກິດສີ່ງທີ່ພຣິກວົງການທຸລະກິດການຕະຫຼາດແບ່ບເຄືອຂ່າຍ ຈາກກການຕ້ອງອອກໄປໂຄສະນາຕາມທ້ອງຖີ່ນຫຼາຍຂື້ນ ເພື່ອສ້າງທຸລະກິດ. ກາຍເປັນການທີ່ຜູ້ທີ່ມີຄວາມມຸ່ງຫວັງ ທີ່ທ່ານບໍ່ເຄີຍຮູ້ຈັກມາກ່ອນເລີຍໃນຊີວິດ ຕິດຕໍ່ເຂົ້າມາເພື່ອຂໍເຂົ້າຮ່ວມທຸລະກິດ ຜ່ານຊ່ອງທາງອອນໄລນ໌ ຫຼື ໂທລະສັບທ່ານ ເພື່ອເຂົ້າຮ່ວມທຸລະກິດກັບທ່ານດ້ວຍຕົວຂອງເຂົາເອງ. ເພາະພະລັງຂອງການເຮັດທຸລະກິດເຄືອຂ່າຍອອນລາຍ (Network marketing online) ຮ່ວມກັບ ຫຼັກກການຕະຫຼາດດຶງດູດ (Attraction Marketing) ດ້ວຍວິທີການທີ່ຖືກຕ້ອງ ທີ່ທ່ານຈະໄດ້ຮຽນຮູ້ໃນບົດຄວາມນີ້. ຂໍ້ທີ #1 ຕ້ອງເປັນແບຣນຂອງຕົວເຮົາເອງ ມີສີ່ງໝື່ງທີ່ຄົນເລີ່ມຕົ້ນສ້າງທຸລະກິດກນຕະຫຼາດແບ່ບເຄືອຂ່າຍ ແບບອອຟໄລນ໌ ແລະ ຄົນທີ່ກໍາລັງຈະເຂົ້າສູ່ລະບົບອອນໄລນ໌ ເຮັດຜິດພາດຢ່າງຫຼວງຫຼາຍ ກໍຄືພວກເຂົາໃຊ້ກົນລະຍຸດໃນການສ້າງແບນທີ່ຜິດພາດ. ເພາະສີ່ງທີ່ພວກເຂົາເຮັດກໍຄື ເນັ້ນໄປທີ່ການໂປຣໂໝດຊື່ຂອງບໍລິສັດ ເຮັດໃຫ້ທຸກສີ່ງທີ່ເຮັດໃນການຕະຫຼາດນັ້ນເປັນພຽງແຕ່ການເຮັດການໂຄສະນາ ໃຫ້ກັບບໍລິສັດເຄືອຂ່າຍທີ່ເຮັດຢູ່ເທົ່ານັ້ນເອງ. ເຊີ່ງມັນກໍບໍ່ຜິດທີ່ຈະພູມໃຈໃນທຸລະກິດເຄືອຂ່າຍທີ່ເຮົາໂປຮໂໝດ ໝັ້ນໃຈໃນຄຸນນະພາບຂອງສີນຄ້າທີ່ດີຫຼາຍ ເພາະນັກທຸລະກິດການຕະຫຼາດແບ່ບເຄືອຂ່າຍຫຼາຍກວ່າ 95% ກໍເຮັດແບບນີ້…… ແຕ່ມັນມີບັນຫາຢູ່ບ່ອນວ່າ ພວກເຂົາມາພິດທາງ ເພາະເຂົາບໍ່ຮູ້ວ່າ ສີ່ງສໍາຄັນທີ່ສຸດຄື “ ຕ້ອງເປັນແບຣນຂອງຕົວເຮົາເອງ ” ເພາະສີ່ງສໍາຄັນໃນໂລກອອນໄລນ໌ ທີ່ມີຄົນຫຼາຍພັນລ້ານຄົນນນັ້ນກໍຄື ທ່ານຕ້ອງເປັນທີ່ຮູ້ຈັກຂອງຜູ້ຄົນ ຜ່ານການເຮັດແບຣນຂອງຕົວທ່ານເອງ ບໍ່ວ່າຈະໃນສ່ວນຂອງຮູບ, ວິດີໂອ ແລະ ເລື່ອງລາວຂອງທ່ານ ສີ່ງນີ້ສໍາຄັນຫຼາຍ ໂດຍສະເພາະໃນການເຮັດທຸລະກິດການຕະຫຼາດແບ່ບເຄືອຂ່າຍ ທີ່ຜູ້ຄົນນັ້ນຕັດສີນໃຈເຂົ້າຮ່ວມ ທຸລະກິດກັບຄົນ ບໍ່ແມ່ນກັບທຸລະກິດ. ມີໂອກາດໜ້ອຍຫຼາຍທີ່ໃຜຈັກຄົນທີ່ຈະເຂົ້າມາສະມັກເຂົ້າຮ່ວມ ບໍລິສັດການຕະຫຼາດແບ່ບເຄືອຂ່າຍດ້ວຍຕົວເອງ ໂດຍບໍ່ຜ່ານການໃຫ້ຂໍ້ມູນ ຫຼື ຊັກຊວນຈາກໃຜຄົນໜື່ງທີ່ເຂົ້າຮູ້ຈັກມາກ່ອນແລ້ວ. ມີຜູ້ທີ່ມີຄວາມມຸ່ງຫວັງ ທີ່ຕ້ອງການມີລາຍໄດ້ຫຼາຍຂື້ນ ຫຼື ມີທຸລະກິດເປັນຂອງຕົວເອງ ເຊີ່ງເຮັດໃຫ້ເຂົາສາມາດກະສ້ຽນອາຍຸໄດ້ໄວຂື້ນ ຫຼື ຜູ້ທີ່ມີຄວາມມຸ່ງຫວັງທີ່ກຳລັງຊອກຫາຄົນທີ່ຈະເຮັດໃຫ້ພວກເຂົາບັນລຸເປົ້າໝາຍທີ່ຕັ້ງເອົາໃວ້ໄດ້ ເຊີ່ງບົດບາດຂອງທ່ານຄື ເຮັດໃຫ້ຜູ້ທີ່ມີຄວາມມຸ່ງຫວັງເຫັນໃຈ ແລະ ຮູ້ວ່າທ່ານຄືຄົນທີ່ຈະນຳທາງພວກເຂົາໃປສູ່ເປົ້າໝາຍທີ່ຕັ້ງເອົາໃວ້ໄດ້ ເຂົາກໍຈະຕິດຕາມທ່ານຕໍ່ໃປ ຕິດຕາມຂ່າວສານຂອງທ່ານ ຈົນເມື່ອເຖິງເວລາທີ່ເໝາະສົມ ກໍຈະເຂົ້າຮ່ວມທຸລະກີດກັບທ່ານເມື່ອເຂົາພ້ອມທີ່ຈະລົງທືນໃນການເລີ່ມຕົ້ນທຸລະກິດ. ສີ່ງທີ່ທ່ານຕ້ອງຈື່ໃຫ້ຂື້ນໃຈ ຄື ແບຣນຂອງທ່ານເອງກ່ອນ ແທນທີ່ຈະເວົ້າແຕ່ເລື່ອງສີນຄ້າກັບບໍລິສັດ. ຄຳແນະນຳ #1 ຕ້ອງເປັນແບຣນຂອງຕົວເຮົາເອງກ່ອນ ເປັນອັນດັບທຳອິດ ຂໍ້ທີ່#2 ການສ້າງເຄືອຂ່າຍໃນໂລກອອນໄລນ໌ ແລະ ການສື່ສານກັບຜູ້ຄົນ ຂໍ້ທີ 2 ນີ້ ເຮົາບໍ່ສາມາດເບີ່ງຂ້າມໄດ້ເລີຍ ເພາະຖ້າເຮົາບໍ່ສ້າງເຄືອຂ່າຍ ແລະ ການທີ່ຈະປະສົບຄວາມສໍາເລັດໃນການເຮັດທຸລະກິດການຕະຫຼາດແບ່ບເຄືອຂ່າຍນັ້ນເປັນເລື່ອງທີ່ເປັນໄປບໍ່ໄດ້ຢ່າງແນ່ນອນເລີຍ. ໂດຍສະເພາະທ່ານທີ່ກໍາລັງຈະເຂົ້າສູ່ການເຮັດທຸລະກິດການຕະຫຼາດແບ່ບເຄືອຂ່າຍອອນໄລນ໌ ທ່ານຕ້ອງສ້າງເຄືອຂ່າຍ ແລະ ສື່ສານກັບຜູ້ຄົນໃນໂລກອອນໄລນ໌ ຢ່າງຖືກຕ້ອງ ແລະ ສະໝໍ່າສະເໝີ. ເພື່ອເປັນການເຮັດໃຫ້ຜູ້ທີ່ມີຄວາມມຸ່ງຫວັງ ຮູ້ຈັກ, ມັກຮັກ ແລະ ເຊື່ອຖືທ່ານ. ເລີ່ມຕົ້ນໃດ້ງ່າຍໆ ຜ່ານໂຊຊ້ຽວມີເດຍ ຢ່າງເຊັ່ນ Facebook, Twitter ແລະ ວິດີໂອທີ່ທ່ານໂພສໃນ YouTube ແລະ ຊ່ອງທ່າງອື່ນໆ ທີ່ທ່ານເຮັດໃຫ້ຜູ້ຄົນ ຮູ້ຈັກທ່ານ ຕອບຄອມເມັນ ຫຼື ຄຳຖາມທີ່ຜູ້ທີ່ມີຄວາມມຸ່ງຫວັງສອບຖາມເຂົ້າມາ ເມື່ອຄຳແນະນຳຂອງທ່ານຊ່ວຍແກ້ໄຂບັນຫາໃຫ້ເຂົາໃດ້ ພວກຂົາກໍຈະມັກທ່ານ ຕິດຕາມທ່ານ ດ້ວຍຄວາມເຊື່ອໝັ້ນໃນຕົວທ່ານ. ການໂພສບົດຄວາມໃນ ບລັອກ MLMLAO.COM ມີເລື່ອງລາວການເຮັດທຸລະກິດການຕະຫຼາດແບ່ບເຄື່ອຂ່າຍ ແບ່ບທີ່ຂ້ອຍເຮັດຢູຸ່ນີ້ ກໍເພື່ອໃຫ້ຄຳແນະນຳກັບຜູ້ຄົນ ທີ່ຕ້ອງການເລີ່ມຕົ້ນໃຊ້ອີນເຕີເນັດໃນການສ້າງທຸລະກິດການຕະຫຼາດແບ່ບເຄືອຂ່າຍ ເຊີ່ງເມື່ອທ່ານນຳຄຳເເນະນຳນີ້ໄປໃຊ້ ແລ້ວສ້າງຜົນລັບໃຫ້ກັບທ່ານໄດ້ ແລະ ທ່ານກັບມາຕິດຕາມຜ່ານບົດຄວາມ ເລື້ອຍໆ ທ່ານແຊຣບົດຄວາມນີ້ໃຫ້ໝູ່ເພື່ອນຂອງທ່ານ. ນັ້ນກໍໝາຍຄວາມວ່າຂ້ອຍມີເຄືອຂ່າຍຂອງຄົນທີ່ຮູ້ຈັກຂ້ອຍຫຼາຍຂື້ນ ເຊີ່ງເຮັດໃຫ້ເຄືອຂ່າຍຂອງຂ້ອຍຂະຫຍາຍໃຫຍ່ຂື້ນນັ້ນເອງ. ສີ່ງສຳຄັນທີ່ຈະເຮັດ ທັກສະ ໃນຂໍ້ທີ 2 ນີ້ ສ້າງຜົນລັບໃດ້ຢ່າງມີປະສິດທິພາບກໍຄື ສີ່ງທີ່ທ່ານໃຫ້ນັ້ນຕ້ອງມີຄຸນຄ່າ ມີປະໂຫຍດກັບຜູ້ຄົນ. ຕ້ອງເຮັດການສ້າງເຄືອຂ່າຍ ຂອງຜູ້ທີ່ມີຄວາມມຸ່ງຫວັງ ທີ່ສົນໃຈໃນສີ່ງທີ່ທ່ານກຳລັງນຳສະເໝີ ຍົກຕົວຢ່າງເຊັ່ນ: ການໂອ້ລົມກັບຜູ້ທີ່ສົນໃຈໃນເລື່ອງ ການສ້າງທຸລະກິດການຕະຫຼາດແບ່ບເຄືອຂ່າຍ ຫຼາຍກວ່າການເພີ່ມໝູ່ໃໝ່ໃປເລື້ອຍໆໃນ Facebook ຫຼື ຄົນທີ່ຕິດຕາມໃນ Fan page ທີ່ບໍ່ເຄີຍໃດ້ລົມກັນເລີຍ. ຄຳແນະນຳ #2 ສ້າງເຄືອຂ່າຍ ດ້ວຍການສື່ສານກັບຜູ້ຄົນໃນໂລກອີນເຕີເນັດ ຂໍ້ທີ #3 ການສ້າງຄອນເທັນ ພວກເຮົາໄດ້ສົນທະນາກ່ຽວກັບ ການທີ່ເຮັດໃຫ້ຜູ້ທີ່ມີຄວາມມຸ່ງຫວັງ ທີ່ຈະຮູ້ຈັກທ່ານໂດຍຜ່ານ ການສ້າງແບຣນຂອງຕົວເອງ, ແລະ ຂະຫຍາຍເຄືອຂ່າຍໃນໂລກອອນໄລນ໌ ໂດຍການເຮັດໃຫ້ຜູ້ຄົນຮູ້ຈັກ, ມັກ, ໄວ້ວາງໃຈທ່ານ ຜ່ານການໃຫ້ສິ່ງທີ່ມີຄຸນຄ່າແກ່ຜູ້ຄົນ…. ຂໍ້ທີ3 ນີ້ວ່າດ້ວຍການສ້າງຄອນເທັນ ໃນຮູບແບບຕ່າງໆ ເຊັ່ນ: ບົດຄວາມໃນບຣັອກ, ຂໍ້ຄວາມທີ່ໄດ້ໂພສ ໃນ Facebook ຫຼື ວິດີໂອໃນ YouTube ແລະ ແບ່ງປັນຄອນເທັນທີ່ມີຄຸນຄ່ານີ້ ໃຫ້ກັບຜູ້ຄົນໃນໂລກອອນໄລນ. ທ່ານອາດຈະຄິດວ່າການສ້າງຄອນເທັນແມ່ນເປັນເລື່ອງທີ່ເສຍເວລາ ແລະ ຍັງບໍ່ເຫັນຜົນລັບທີ່ແນ່ນອນເລີຍ ຈົນເຮັດໃຫ້ເປັນການເບິ່ງຂ້າມໃນການສ້າງຄອນເທັນ ເຂົ້າມາຊ່ວຍໃນການເຮັດຕະຫຼາດເພື່ອສົ່ງເສີມຕົວທ່ານເອງ ຫຼື ໂອກາດທາງທຸລະກິດຂອງທ່ານ. ເນື່ອງຈາກວ່າທ່ານບໍ່ຮູ້ວ່າ ຄອນເທັນນັ້ນແມ່ນທຸກສິ່ງທຸກຢ່າງໃນໂລກອອນໄລນ໌. ຄົນໃນໂລກອອນໄລນ໌ ຮັກ ແລະ ເສບຕິດ ຄອນເທັນ ໃນໂລກອອນໄລນ໌ຢ່າງຫຼວງຫາຍ ແລະຄອນເທັນທີ່ມີມູນຄ່າ (valuable content) ກໍຄືສິ່ງທີ່ຕອບສະຫນອງຄວາມຕ້ອງການຂອງຜູ້ທີ່ມີຄວາມມຸ່ງຫວັງ ທີ່ກໍາລັງຊອກຫາຂໍ້ມູນ ເພື່ອແກ້ໄຂບັນຫາຂອງພວກເຂົາຢູ່ນັ້ນເອງ. ຮູບແບບຂອງ ຄອນເທັນ ທີ່ພວກເຮົາສາມາດແບ່ງປັນໃຫ້ກັບຜູ້ທີ່ມີຄວາມມຸ່ງຫວັງ. ບົດຄວາມໃນບລັອກ. ຂໍ້ຄວາມຕ່າງໆ ທີ່ໂພສໃນໂຊຊ້ຽວມີເດຍ. ອີເມວ. ການຕອບຄໍາຖາມ. ໂພດຮູບພາບ, ໂພດ ກໍລະນີສຶກສາເຊັ່ນ: ກໍລະນີສຶກສາໃນການເຮັດທຸລະກິດການຕະຫຼາດແບ່ບເຄືອຂ່າຍຜ່ານອອນໄລນ໌. Podcast. ໄຟທີ່ດາວໂຫຼດເຊັ່ນ: e-books, ໄຟ mp3. ການ Live ສົດ ທາງ Facebook ຫຼື YouTube. ການ ລີວີວ ສິນຄ້າ, ການບໍລິການ ຫຼື ບໍລິສັດ. ຂ້າງເທິງນີ້ແມ່ນຕົວຢ່າງຂອງຮູບແບບຂອງຄອນເທັນ ທີ່ທ່ານສາມາດນໍາໃຊ້ເພື່ອດຶງດູດ ຜູ້ທີ່ມີຄວາມມຸ່ງຫວັງ ໃຫ້ເຂົ້າມາຫາທ່ານເອງ ເຂົ້າມາສົນທະນາກັບທ່ານກ່ຽວກັບສິ່ງທີ່ທ່ານເຮັດ ເພື່ອສອບຖາມກ່ຽວກັບໂອກາດທາງທຸລະກິດທີ່ມີ ເຊີ່ງແມ່ນຈຸດເລີ່ມຕົ້ນຂອງຂະບວນການສ້າງລາຍຊື່ຂອງຜູ້ທີ່ມີຄວາມມຸ່ງຫວັງທາງອອນໄລນ໌ (Online Lead Generation) ໄດ້ໂດຍທີ່ທ່ານບໍ່ຈໍາເປັນຕ້ອງໄປຊອກຫາຜູ້ທີ່ມີຄວາມມຸ່ງຫວັງອີກຕໍ່ໄປ. ເຮັດໃຫ້ຜູ້ທີ່ມີຄວາມມຸ່ງຫວັງຄິດວ່າທ່ານແມ່ນໃຜ ແລະ ກໍາລັງເຮັດຫຍັງຢູ່. ໃຫ້ຂໍ້ມູນທີ່ຊ່ວຍໃຫ້ ຜູ້ທີ່ມີຄວາມມຸ່ງຫວັງ ແກ້ໄຂບັນຫາໄດ້ ເຊິ່ງເຮັດໃຫ້ ຜູ້ທີ່ມີຄວາມມຸ່ງຫວັງ ໃກ້ເປົ້າໝາຍທີ່ກໍານົດໄວ້ຫຼາຍທີ່ສຸດ. ໃຫ້ຄວາມຮູ້ ແລະ ຄວາມບັນເທີງ ແກ່ຜູ້ບໍລິໂພກຄອນເທັນ ໃຫ້ຂໍ້ມູນທີ່ຊ່ວຍໃຫ້ ຜູ້ທີ່ມີຄວາມມຸ່ງຫວັງ ລົງມືເຮັດໃນຂັ້ນຕອນຕໍ່ໄປໄດ້. ສົ່ງເສີມຊ່ອງທາງໃນການກ້າວໃປສູ່ຂັ້ນຕອນທີ່ສໍາຄັນ “ ການຂາຍ / ເຂົ້າຮ່ວມທຸລະກິດຂອງທ່ານ ”. ເຮັດໃຫ້ ຜູ້ທີ່ມີຄວາມມຸ່ງຫວັງ ສົງໄສວ່າທ່ານແມ່ນໃຜແທ້ໆ. ບໍແບ່ງປັນໃນສິ່ງທີ່ໜ້າເບື່ອ ແລະ ຍັງບໍ່ມີປະໂຫຍດຫຍັງເລີຍ. ບໍແບ່ງປັນຄອນເທັນ ທີ່ເຮັດໃຫ້ຄົນສັບສົນ ແລະ ໃຫ້ຜູ້ຄົນເຂົ້າໃຈໃນສີ່ງທີ່ຜີດໆ. ເຮັດໃຫ້ຜູ້ທີ່ມີຄວາມມຸ່ງຫວັງ ຮູ້ສຶກວ່າພວກເຂົາໄດ້ຮັບຂໍ້ມູນພຽງພໍແລ້ວ ບໍ່ຈໍາເປັນຕ້ອງໄປຂັ້ນຕອນຕໍ່ໄປ. ບໍ່ມີທາງເລືອກທີ່ຈະເຮັດໃຫ້ ຜູ້ທີ່ມີຄວາມມຸ່ງຫວັງ ໄປສູ່ຂັ້ນຕອນທີ່ສໍາຄັນຂອງການຂາຍ (ເຂົ້າຮ່ວມທຸລະກິດ) ເຈົ້າອາດຈະສົງໄສວ່າ…ແລ້ວຂ້ອຍຈະເລີ່ມສ້າງຄອນເທັນ ຈາກຫຍັງກ່ອນ ເພາະມີຫຼາຍຊ່ອງທາງແທ້ໆ ໃນການສ້າງຄອນເທັນ…. ຊ່ອງທາງທີ່ຂ້ອຍແນະນໍາໃນການເລີ່ມຕົ້ນທີ່ຈະສ້າງ ແລະ ແບ່ງປັນຄອນເທັນ ໃນໂລກອອນລາຍ໌ງ່າຍດາຍ ແລະ ສ້າງຜົນລັບ ໃຫ້ຕົວທ່ານເອງໄດ້ທີ່ຫຼາຍທີ່ສຸດ ກໍຄື … ການໂພສຄອນເທັນໃນບລັອກຂອງທ່ານເອງ (Blog)… ເພາະວ່າບລັອກ ຫຼື ເວັບໄຊທ໌ ຂອງທ່ານນັ້ນກໍຄືຊັບສິນທີ່ມີຄຸນຄ່າທີ່ສຸດໃນໂລກອອນໄລນ໌ຂອງທ່ານ ເພາະບໍ່ມີໃຜສາມາດປິດບລັອກຂອງທ່ານໄດ້ ເຊິ່ງແຕກຕ່າງຈາກການໃຊ້ Facebook, YouTube ຫຼື ໂຊຊ້ຽວມີເດຍອື່ນໆ ທີ່ສາມາດປິດບັນຊີຂອງທ່ານໃດ້ໃນທຸກໆວິນາທີ ທີ່ເຫັນວ່າສິ່ງທີ່ທ່ານເຮັດນັ້ນຜິດກົດຂອງພວກເຂົາຢູ່ ເຊິ່ງເປັນໄພອັນໃຫຍ່ຫຼວງ ຖ້າລາຍຊື່ຜູ້ຕິດຕາມທ່ານໃນ ແຟນເພສ ຂອງທ່ານເປັນມື່ນໆຄົນຫາຍໄປໃນພິບຕາ ຫຼື ຈໍານວນຜູ້ຕິດຕາມຫຼາຍພັນຄົນ ຫຼື ວິດີໂອທີ່ທ່ານໄດ້ສ້າງມາດົນນານ ໃນ YouTube ກາຍເປັນສູນ ເມື່ອຖືກປິດບັນຊີ. ຄຳເເນະນຳ #3 ສ້າງ/ແບ່ງປັນຄອນເທັນ ທີ່ມີຄຸນຄ່າຢ່າງສະໝໍ່າສະເໝີ ໃນບລັອກ ຫຼື ເວັບໄຊທ໌ຂອງທ່ານເອງ. ຂໍ້ທີ #4 “ ນໍາຜູ້ທີ່ມີຄວາມມຸ່ງຫວັງເຂົ້າໃນຄອນເທັນຂອງທ່ານ ” ຂໍ້ທີ 4 ນີ້ ຈະຊ່ວຍແກ້ໄຂສິ່ງທີ່ເປັນບັນຫາປວດໃຈ ໃຫ້ກັບນັກການລະຕະຫຼາດອອນໄລນ໌ມືໃຫມ່ທີ່ຫາກໍ່ເລີ່ມສ້າງທຸລະກິດການຕະຫຼາດແບ່ບເຄືອຂ່າຍໃນໂລກອອນໄລນ໌ ເຊິ່ງບັນຫາກໍຄື… ການເຮັດໃຫ້ ຜູ້ທີ່ມີຄວາມມຸ່ງຫວັງ ໃນໂລກອອນໄລນ໌ໃດ້ຮູ້ຈັກກັບຄອນເທັນຂອງທ່ານໄດ້ແນວໃດ? ເພາະວ່າມີຄອນເທັນມີເປັນລ້ານໆ ທີ່ແຜ່ລາມໃນໂລກອອນໄລນ໌ ລໍຖ້າໃຫ້ຜູ້ທີ່ມີຄວາມມຸ່ງຫວັງ ໄດ້ໄປເຫັນ ດັ່ງນັ້ນ, ທ່ານຕ້ອງເປັນຜູ້ຈັບຄູ່ ໃຫ້ຄອນເທັນໄປປາກົດຢູ່ຕໍ່ຫນ້າຂອງຜູ້ທີ່ມີຄວາມມຸ່ງຫວັງ ໃນກຸ່ມເປົ້າໝາຍທີ່ຖືກຕ້ອງໄດ້. ______________________________________________________________________ ການນໍາຜູ້ທີ່ມີຄວາມມຸ່ງຫວັງເຂົ້າໄປໃນຄອນເທັນ (Traffic) ສາມາດແບ່ງອອກເປັນ 2 ປະເພດ ການນໍາ ຜູ້ທີ່ມີຄວາມມຸ່ງຫວັງ ເຂົ້າສູ່ຄອນເທັນແບບຟຣີ (Free Traffic) ແນ່ນອນວ່າການໄດ້ລາຍຊື່ແບບຟຣີ ແຕ່ມັນບໍ່ມີຫຍັງທີ່ໄດ້ມາແບບຟຣີໆ ໃນໂລກໂລກນີ້ ເພາະວ່າທ່ານຕ້ອງໃຊ້ເວລາຢ່າງຫຼວງຫຼາຍ, ເງິນທອງ ແລະ ຊັບພະຍາກອນທີ່ເສຍໄປກັບການສ້າງຄອນເທັນ. ມັນອາດຈະໃຊ້ເວລາຫຼາຍກວ່າທີ່ຈະສົ່ງຜົນໃຫ້ ຜູ້ທີ່ມີຄວາມມຸ່ງຫວັງ ເຂົ້າສູ່ລະບົບການສ້າງລາຍຊື່ ຜູ້ມຸ່ງຫວັງ. ໃນຕອນເລີ່ມຕົ້ນ ເພາະການສ້າງກຸ່ມ ຜູ້ມຸ່ງຫວັງ ທີ່ຕິດຕາມແບບຟຣີ ນັ້ນຄືກັບວ່າທ່ານເອົາເງິນໃສ່ກະປຸກອອມສີນທຸກໆມື້ ທຸກຄັ້ງທີ່ທ່ານມີຜູ້ຕິດຕາມຫຼາຍຂຶ້ນ ເຄືອຂ່າຍໃນໂລກອອນໄລນ ຂອງທ່ານໃດ້ຂະຫຍາຍຕົວໃຫຍ່ຂື້ນ ເມື່ອມີບັນຊີລາຍຊື່ ຜູ້ທີ່ມີຄວາມມຸ່ງຫວັງຫຼາຍຂື້ນ ໂອກາດທີ່ຈະປ່ຽນຜູ້ທີ່ມີຄວາມມຸງຫວັງ ໃຫ້ເປັນຮຸ້ນສ່ວນທຸລະກິດຫຼາຍຂື້ນໄປຕື່ມອີກ. ທ່ານສາມາດນໍາຜູ້ທີ່ມີຄວາມມຸ່ງຫວັງເຂົ້າສູ່ຄອນເທັນແບບຟຣີໄດ້ໂດຍການເຮັດ SEO (Search Engine Optimization) ຄືການເຮັດໃຫ້ Google ຈັດວາງຕໍາແຫນ່ງຄອນເທັນຂອງທ່ານໃຫ້ປາກົດຢູ່ຕໍ່ຫນ້າຂອງຜູ້ມຸ່ງຫວັງທີ່ຄົ້ນຫາຂໍ້ມູນ ກຽ່ວກັບຄອນເທັນຂອງທ່ານຫຼາຍທີ່ສຸດ. ການໂພສວິດີໂອໃນ YouTube ແມ່ນຫຼັກການດຽວກັນກັບການເຮັດ SEO ເພາະວ່າ YouTube ນັ້ນກໍເຮັດຫນ້າທີ່ເປັນ ຕົວຄົ້ນຫາວິດີໂອເຊັ່ນກັນ ເພາະວ່າຜູ້ທີ່ມີຄວາມມຸ່ງຫວັງ ກໍຄົ້ນຫາວິດີໂອ ດ້ວຍການຄົ້ນຫາ (Keyword) ຫຼື ແທັກທີ່ທ່ານຕິດເອົາໄວ້ໃນວິດີໂອ. ໃຊ້ໂຊຊ້ຽວມີເດຍ ທ່ານສາມາດເຮັດໃຫ້ຜູ້ທີ່ມີຄວາມມຸ່ງຫວັງ ມາບໍລິໂພກຄອນເທັນຂອງທ່ານຜ່ານໂຊຊ້ຽວມີເດຍໄດ້ ຈາກການທີ່ທ່ານແບ່ງປັນບາງສ່ວນຂອງຄອນເທັນ ທີ່ມີຄຸນຄ່າກັບຜູ້ຄົນ ແລ້ວກໍໃສ່ລິ້ງທີ່ນຳໄປສູ່ບົດຄວາມສະບັບເຕັມໃນເວັບໄຊທ໌ຂອງທ່ານໃນໂພສ. ______________________________________________________________________ ການນໍາ ຜູ້ທີ່ມີຄວາມມຸ່ງຫວັງ ເຂົ້າສູ່ຄອນເທັນແບບໃຊ້ເງີນລົງໂຄສະນາ (Paid Traffic) ນີ້ແມ່ນວິທີທີ່ເຮັດໃຫ້ ຜູ້ທີ່ມີຄວາມມຸ່ງຫວັງ ເຂົ້າສູ່ຄອນເທັນຂອງທ່ານໃດ້ໄວກວ່າ ໃນການເລີ່ມຕົ້ນສ້າງລະບົບລາຍຊື່ ຜູ້ມຸ່ງຫວັງອອນໄລນ໌. ທ່ານສາມາດເລີ່ມຕົ້ນໃຊ້ເງີນ, ງົບປະມານໜ້ອຍ 100 – 300 ບາດ ຕໍ່ມື້ ເພື່ອທົດລອງເຮັດໂຄສະນາກ່ອນ. ພວກເຮົາສາມາດສ້າງໂຄສະນາໃນໂລກອອນໄລນ໌ ຜ່ານຜູ້ໃຫ້ບໍລິການໂຄສະນາອອນໄລນ໌ເຊັ່ນ: ການສ້າງໂຄສະນາໃນ Google AdWords ການສ້າງໂຄສະນາໃນ Facebook Ads ການສ້າງໂຄສະນາໃນ Instagram Ads ຈ້າງເອເຈນຊີ ທີ່ໃຫ້ບໍລິການສ້າງໂຄສະນາອອນໄລນ໌. ຄໍາແນະນໍາ #4 ການນໍາຜູ້ທີ່ມີຄວາມມຸ່ງຫວັງ ເຂົ້າສູ່ຄອນເທັນເປັນສິ່ງທີ່ຕ້ອງເຮັດທຸກມື້. ຂໍ້ທີ #5 “ ການຕິດຕາມຜົນ ” ຈາກ 4 ຂໍ້ທີ່ກ່າວມາຂ້າງເທິງນັ້ນ ມັນເປັນການເລີ່ມຕົ້ນຂອງການສ້າງລະບົບລາຍຊື່ຜູ້ມຸ່ງຫວັງ (lead generation system) ໃນການເຮັດທຸລະກິດເຄືອຂ່າຍອອນໄລນ໌ຂອງທ່ານ ໂດຍຜ່ານການສ້າງຄອນເທັນ ແລະ ນໍາຄົນເຂົ້າສູ່ຄອນເທັນຂອງທ່ານ. ກໍຈະມາເຖີງ ທັກສະສຸດທ້າຍທີ່ສໍາຄັນຫຼາຍ ຄື ການຕິດຕາມຜົນ ແຕ່ມີໜ້ອຍຄົນຫຼາຍທີ່ຈະຮູ້ວ່າ ການຕິດຕາມຜົນນັ້ນແມ່ນຂະບວນການທີ່ສໍາຄັນຫຼາຍ ທີ່ເຮັດໜ້າທີ່ສົ່ງຂໍ້ມູນຕ່າງໆ ຈາກທ່ານສົ່ງຕົງໃປສູ່ ຜູ້ມຸ່ງຫວັງທີ່ຕິດຕາມທ່ານຢູ່ ເພາະຈາກສະຖິຕິຂອງການເຮັດທຸລະກິດການຕະຫຼາດແບ່ບເຄືອຂ່າຍ ນັ້ນໄດ້ເຫັນວ່າການທີ່ຈະເຮັດໃຫ້ ຜູ້ທີ່ມີຄວາມມຸ່ງຫວັງ ຕັດສິນໃຈຊື້ສິນຄ້າ ຫຼື ເຂົ້າຮ່ວມທຸລະກິດກັບທ່ານນັ້ນ ມັນຕ້ອງໃຊ້ເວລາສົນທະນາກັນຢ່າງຫນ້ອຍ 5-7 ເທື່ອ ເພື່ອເພີ່ມລະດັບຄວາມສຳພັນລະຫວ່າງບຸກຄົນ ເຖິງຈຸດທີ່ເຊື່ອໃຈເຊິ່ງກັນ ແລະ ກັນໄດ້ນັ້ນເອງ. ______________________________________________________________________ ການນໍາໃຊ້ເຄື່ອງມືເຊັ່ນ Chatbots ເຊັ່ນ Facebook Messenger bot ເພື່ອຕິດຕໍ່ສື່ສານກັບ ຜູ້ທີ່ມີຄວາມມຸ່ງຫວັງ. Chatbots ເປັນເຄື່ອງມືທີ່ນິຍົມໃຊ້ກັນຫຼາຍເພີ່ມຂຶ້ນເລື້ອຍໆ ໃນວົງການການຕະຫຼາດເຄືອຂ່າຍອອນໄລນ໌ຕ່າງປະເທດໃນໄລຍະ 2-3 ປີທີ່ຜ່ານມາ ເພາະວ່າມັນເປັນໂປຣແກຣມການສື່ສານ ແລະ ສົ່ງຂໍ້ຄວາມລະຫວ່າງທ່ານກັບຄົນໃນກຸ່ມທີ່ຕິດຕາມຂໍ້ມູນຂອງທ່ານ ເຄື່ອງມືເຊັ່ນ: Facebook Messenger bot. ເຊີ່ງເປັນການການສື່ສານແບບສອງທາງທີ່ມີການໂຕ້ຕອບໄດ້ຢ່າງເສລີ ແລະ ບໍ່ເຮັດໃຫ້ ຜູ້ທີ່ມີຄວາມມຸ່ງຫວັງຮູ້ ສຶກຖືກລົບກວນ ຄືກັບການໂທລະສັບຫາໂດຍກົງ. ຂໍ້ດີຂອງ Chatbots ສາມາດຕັ້ງຄ່າໃຫ້ສົ່ງຂໍ້ມູນໄປຫາ ຜູ້ທີ່ມີຄວາມມຸ່ງຫວັງໃນລາຍຊື່ ແບບອັດຕະໂນມັດໄດ້ 24 ຊົ່ວໂມງ ໂດຍບໍ່ມີມື້ພັກຜ່ອນ. ຄຳແນະນຳ #5 ຈົ່ງລົງທືນກັບການມີເຄື່ອງມືໃນການ “ ຕິດຕາມຜົນ” ເປັນຂອງຕົວເອງ. ທັງ 5 ວິທີການທີ່ກວ່າມາທັງໝົດນີ້ ທ່ານອາດຈະຍັງມີບໍໍຄົບຖ້ວນ ໃນຕອນເລີ່ມຕົ້ນສ້າງທຸລະກິດການຕະຫຼາດແບ່ບເຄືອຂ່າຍ ໃນໂລກອອນລາຍໄດ້ ແຕ່ສີ່ງທີ່ຈຳເປັນທີ່ຕ້ອງມີໃນຕອນເລີ່ມຕົ້ນ ກໍຄື…. ຕົວຄອນເທັນ ແລະ ຊ່ອງທາງໃນການເຜີຍແຜ່ ຄອນເທັນໃປສູ່ຜູ້ທີ່ມີຄວາມມຸ່ງຫວັງ. ບລັອກ ຫຼື ເວັບໄຊທ໌ ຂອງທ່ານເອງ ຫຼື ຢ່າງໜ້ອຍທີ່ສຸດກໍຕ້ອງມີໜ້າດັກຈັບຂໍ້ມູນ ຜູ້ທີ່ມີຄວາມມຸ່ງຫວັງ. ມີລະບົບຕິດຕາມຜົນແບບອັດຕະນມັດ ຖ້າເນື້ອຫານີ້ເປັນປະໂຫຍດສໍາລັບທ່ານ ພວກເຮົາຢາກຮູ້ວ່າທ່ານມີຄວາມຄິດແນວໃດ ຂຽນຄໍາເຫັນທີ່ຂ້າງລຸ່ມນີ້ເລີຍ. ທ່ານສາມາດຊ່ວຍເພີ່ມຄຸນຄ່າໃຫ້ກັບຜູ້ຄົນໄດ້ໂດຍການ ແຊຣ ບົດຄວາມນີ້ອອກໄປໃຫ້ຫຼາຍໆ ກັບຄວາມສໍາເລັດຂອງທ່ານ. Post navigation 3 ເທັກນິກທີ່ຕ້ອງຮູ້ໃນການເຮັດການຕະຫຼາດແບ່ບເຄືອຂ່າຍໃຫ້ສຳເລັດ. 3 ກົນລະຍຸດການຕະຫຼາດອອນໄລນ໌