631 Views

ຖ້າເຈົ້າບໍ່ຕ້ອງການເຈັບປວດຈາກການຖືກປະຕິເສດ ແລະ ຄວາມລົ້ມເຫຼວໃນການສ້າງຜົນລັບ ໃຫ້ກັບການຕະຫຼາດແບ່ບເຄືອຂ່າຍຂອງເຈົ້າອີກຕໍ່ໃປ ແລະຕ້ອງການຮູ້ວິທີ ດຶງດູດຜູ້ຄົນໃຫ້ເຂົ້າມາຂໍສະມັກເຮັດທຸລະກິດຮ່ວມກັບເຈົ້າເອງ 
ຖ້າເຈົ້າບໍ່ພໍໃຈກັບສີ່ງທີ່ກໍາລັງເຮັດຢູ່ ກໍາລັງຊອກຫາສິ່ງທີ່ດີກວ່າວຽກປະຈໍາຂອງເຈົ້າ ຕ້ອງການມີລາຍໄດ້ຫຼາຍຂື້ນກວ່າເກົ່າ ຫຼື ມີລາຍໄດ້ເພີ່ມເຂົ້າມາອີກໜື່ງຊ່ອງທາງ.

ສາລະບານເນື້ອຫາ

  • ທຸລະກິດການຕະຫຼາດແບ່ບເຄືອຂ່າຍບໍ່ແມ່ນທຸລະກິດທີ່ຫຼູຫຼາ ມັນເປັນພຽງແຕ່ທຸລະກິດທີ່ດີກວ່າ.
  • ເປັນຫຍັງທຸລະກິດການຕະຫຼາດແບ່ບເຄືອຂ່າຍ ຈຶ່ງດີກວ່າ .?
  • ການເປັນມືອາຊີບໃນທຸະກິດເຄືອຂ່າຍ
  • 3 ສີ່ງທີ່ຄວນ ຮູ້ກ່ອນເຮັດການຕະຫຼາດແບ່ບເຄືອຂ່າຍ

ທຸລະກິດເຄືອຄ່າຍບໍ່ແມ່ນທຸລະກິດທີ່ດີທີ່ສຸດ ແຕ່ມັນເປັນທຸລະກິດທີ່ດີກວ່າ ແລະ ຂ່າວດີກໍມາຮອດເຈົ້າແລ້ວ !
ມັນມີວິທີທີ່ດີກວ່າ ແລະ ສິ່ງນີ້ກໍບໍ່ມີສອນໃນໂຮງຮຽນ ຫຼື ມະຫາວິທະຍາໄລ ແຕ່ກ່ອນທີ່ຈ່ະອະທິບາຍວ່າສິ່ງນັ້ນມັນຄື
ຫຍັງ ເຮົາມາລອງຄິດ ວິເຄາະເຖີງວຽກງານ ຫຼື ອາຊີບທີ່ທຸກຄົນຕ້ອງການວ່າມັນເປັນແນວໃດ.

ທຸກຄົນຕ້ອງການເຮັດວຽກມີລັກສະນະແບບນີ້:

  • ບໍ່ມີຫົວໜ້າ
  • ບໍ່ຕ້ອງເດີນທາງ
  • ບໍ່ຕ້ອງໃຊ້ໂມງປຸກ
  • ບໍ່ຈຳເປັນຕ້ອງມີພະນັກງານ
  • ບໍ່ມີການເມືອງ
  • ບໍ່ມີການຜູກມັດ
  • ບໍ່ມີການແບ່ງແຍກ
  • ຈົບການສຶກສາລະດັບໃດ ກໍສາມາດເຮັດໄດ້
  • ຕ້ອງມີພະລິດຕະພັນ ຫຼື ບໍລິການທີ່ດີ
  • ມີລາຍຮັບບໍ່ຈຳກັດ
  • ເພີດເພີນກັບໜູ່ຮ່ວມງານ
  • ມີເວລາແບບອິດສະລະພາບ
  • ມ່ວນຊື່ນໄປກັບມັນ

ຕ້ອນນີ້ ທ່ານອາດຈະຢາກເພີ່ມຄຸນນະສົມບັດວຽກຂອງທ່ານເອງ ລອງອອກແບບເບີ່ງວ່າວຽກຂອງທ່ານນັ້ນຈ່ະ
ເປັນລັກສະນະແບບໃດ ຖ້າຄິດບໍ່ອອກກໍເອົາຕາມຕົວຢ່າງທີ່ໄດ້ກວ່າໄວ້ທາງເທີງກໍໄດ້.

ເປັນຫຍັງທຸລະກິດການຕະຫຼາດແບ່ບເຄືອຂ່າຍ ຈຶ່ງດີກວ່າ .?

ທຸລະກິດການຕະຫຼາດແບ່ບເຄືອຂ່າຍ ບໍ່ໄດ້ເຮັດໃຫ້ຊີວິດເຮົາພຽງແຕ່ດີຂື້ນເທົ່ານັ້ນ ແຕ່ຈະມາປະຕິວັດເສດຖະກິດໃໝ່ທັງໝົດ, ສິນຄ້າ ການບໍລິການໃນໂລກປັດຈຸບັນນີ້ ລ້ວນແຕ່ຕ້ອງການໄປສູ່ມືຜູ້ບໍລິໂພກ ທີ່ມີຄວານຕ້ອງການໃຊ້ສິນຄ້າ ຫຼື ບໍລິການທັງໝົດ ແລະ ຜູ້ບໍລິໂພກຈຳເປັນຕ້ອງໄດ້ຮັບຄວາມຮູ້ຄວາມເຂົ້າໃຈໃນສິນຄ້າ ແລະບໍລິການ.

ບໍລິສັດຕ່າງໆ ມີທາງເລືອກໃນການໃຊ້ວິທີການໂຄສະນາ ແລະ ຈ້າງພະນັກງານຂາຍດ້ວຍຄ່າຈ້າງທີ່ລາຄາແພງເພື່ອຂາຍສິນຄ້າ ແລະ ບໍລິການ ຫຼື ປຽ່ນມາດຳເນີນ ທຸລະກິດແບບເຄືອຂ່າຍເພື່ອສົ່ງຕໍ່ເລື່ອງລາວຜ່ານຊຸມຊົນນັກການຕະຫຼາດແບ່ບເຄືອຂ່າຍ.
ບໍລິສັດ ຈຳນວນຫຼາຍເລືອກໃຊ້ການຕະຫຼາດ ແບບເຄືອຂ່າຍ ເພາະມັນເໝາະກັບທຸລະກິດຍຸກໃໝ່ ບໍລິສັດພ້ອມໃຫ້ການສະນັບສະໜູນ ແລະ ຈ່າຍຄ່າຄອມມິດຊັ່ນ ໃຫ້ກັບຕົວແທນໃນການສົ່ງເສີມພະລິດຕະພັນຂອງບໍລິສັດ ມັນດີຫຼາຍ ແລະ ມີປະສິດທິພາບ ເພາະໃນເສດທະກິດຍຸກໃໝ່ການໂຄສະນາແບບປາກຕໍ່ປາກ ຍັງຄົງເຮັດໄດ້ດີກວ່າຮູບແບບການເຮັດໂຄສະນາອື່ນໆ.

ບໍລິສັດແທນທີ່ຈະຕ້ອງເອົາເງີນໄປໃຊ້ໃນການໂຄສະນາ ແລະ ໂປໂມຊັ້ນ ແຕ່ສາມາດເອົາມາຈ່າຍໃຫ້ກັບຜູ້ຈໍານ່າຍເພື່ອກະຈາຍສິນຄ້າຂອງຕົວແທນ.
ມັນມີຄວາມໝາຍຫຍັງແດ່ກັບທ່ານເອງ ໃນຖານະທີ່ທ່ານເປັນຜູ້ປະກອບການເອງ ຄືທ່ານສາມາດຮັບຜົນປະໂຫຍດຂອງການເປັນເຈົ້າຂອງທຸລະກິດ ໂດຍບໍ່ມີຄວາມສຽ່ງ ແລະ ຈະບໍ່ມີຂີດຈຳກັດໃນການສ້າງລາຍໄດ້ ເພາະທຸກບໍລິສັດເຄືອຂ່າຍ ການຕະຫຼາດຕ້ອງການໃຫ້ທ່ານສ້າງລາຍຮັບ ໃຫ້ໄດ້ຫຼາຍທີ່ສຸດໂດຍບໍ່ມີຂິດຈຳກັດຢູ່ແລ້ວ.

ການເປັນມືອາຊີບໃນການຕະຫຼາດແບ່ບເຄືອຂ່າຍ

ມີຄົນ 3 ປະເພດໃນທຸລະກິດການຕະຫຼາດແບ່ບເຄືອຂ່າຍການຕະຫຼາດ ຂ້ອຍເຄີຍເຫັນມາທັງໝົດແລ້ວ ແລະ ຂ້ອຍກໍເຄີຍເປັນມາທັງໝົດແລ້ວ ດ້ວຍຄົນ 3 ປະເພດນັ້ນ ຄື:

  1. ຄົນທີ່ເຂົ້າໃຈອີ່ຫຍັງຍາກໆແລະບໍ່ຄ່ອຍຈະເຮັດຫຍັງເລີຍ.
  2. ມືສະມັກຫຼີ້ນ.
  3. ຜູ້ຊ່ຽວຊານ.

         ຄົນທີ່ເຂົ້າໃຈອີ່ຫຍັງຍາກໆ ແລະ ບໍ່ຄ່ອຍຈ່ະເຮັດຫຍັງເລີຍ: ເຂົາຈະຄິດວ່າອາຊີບນີ້ເປັນຄື ການຊື້ເລກ ທີ່ເມື່ອຊື້ແລ້ວກໍລຸ້ນລາງວັນ ແລະ ຈະໃຊ້ຄວາມພະຍາຍາມໜ້ອຍທີ່ສຸດ ເຊີ່ງຄົນທີ່ເຂົ້າມາໃນທຸລະກິດນີ້ໃໝ່ໆ ສ່ວນຫລາຍກໍຈະເປັນແບບນີ້ກັບໜົດ ເຊີ່ງຂ້ອຍກໍເປັນຄົນໜື່ງໃນນັ້ນ.
ແຕ່ການຮຽນຮູ້ ແລະ ໄດ້ເຂົ້າໃຈໃນທຸລະກິດ ເຮັດໃຫ້ຢູ່ໃນກຸ່ມນີ້ບໍ່ດົນ ກໍໃດ້ຍ້າຍໃປຢູ່ໃນກຸ່ມ ມືສະມັກຫຼີ້ນ ແລະ ຂໍເຕືອນໄວ້ກ່ອນວ່າ ຢ່າຢູ່ໃນກຸ້ມນີ້ດົນຈົນເກີນໄປ.
         ມືສະມັກຫຼີ້ນ: ຈະຄິດຕ່າງໃປອີກແບບໝື່ງຄື ຄິດວ່າຄວາມສໍາເລັດທີ່ໄດ້ມາຈາກຄວາມໂຊກດີ ເພາະໄດ້ເຫັນຜູ້ທີ່ເຂົ້າປະສົບຄວາມສຳເລັດ ທີ່ມາບອກເລົ່າເລື່ອງລາວຄວາມສຳເລັດທີ່ເກິດຂື້ນຈາກການລົງຊື່ສະມັກແລ້ວກໍເລົ່າເຖິງພາບແຫ່ງຄວາມສຳເລັດໃຫ້ຟັງ ເຊີ່ງໃນຄວາມເປັນຈິງແລ້ວ ເຮົາບໍ່ໄດ້ເຫັນຄວາມພະຍາຍາມຂອງພວກເຂົາ ທີ່ກ້າວເຂົ້າສູ່ຄວາມສຳເລັດນັ້ນໄດ້ແບບໃດ.

       ຜູ້ຊ່ຽວຊານ: ຄື “ ຄົນທີ່ມີທັກສະໃນການສ້າງທຸລະກິດຂະໜາດໃຫຍ່ ແລະ ປະສົບຜົນສຳເລັດໃນທຸລະກິດການຕະຫຼາດແບ່ບເຄືອຂ່າຍ ”
ຜູ້ຊ່ຽວຊານຈະຕ້ອງລົງທືນກັບການຮຽນຮູ້ເພື່ອເພີ່ມຄຸນຄ່າໃຫ້ກັບຕົວເອງ ເພາະຄຸນຄ່າທີ່ທ່ານມີໃຫ້ກັບຜູ້ອື່ນໄດ້ຫຼາຍປານໃດ ກໍຈະມີຜູ້ຄົນມາຕິດຕາມຫຼາຍເທົ່ານັ້ນ.
ຢ່າຢຸດທີ່ຈະເພີ່ມຄຸນຄ່າ ແລະ ສ້າງຜູ້ຕິດຕາມຂອງທ່ານດ້ວຍການພັດທະນາຄວາມຮູ້ໃນຕົວຂອງທ່ານ ຜູ້ປະກອບການທຸກຄົນທີ່ປະສົບຄວາມສຳເລັັດ ທຸກຄົນຮຽນຮູ້ ແລະ ສະສົມຂໍ້ມູນໃນອຸດສາຫະກຳຂອງພວກເຂົາ ເຊີ່ງຄືກັນກັບການຮຽນປະລີນຍາໂທ ຫຼື ປະລິນຍາເອກໄດ້ເລີຍ ບໍ່ມີຂໍ້ຍົກເວັ້ນໃດໆ ຜູ້ທີ່ມິເງີນໃນບັນຊີຫຼາຍ ກໍຍ່ອມມີຄວາມຮູ້ ໃນຕົວເອງຫຼາຍເຊັ່ນດຽວກັນ ແລະ ເຂົາກໍຈະບໍ່ຢຸດຮຽນຮູ້ເມື່ອປະສົບຄວາມສຳເລັດ ໃນເປົ້າໝາຍແລ້ວກໍຕາມ.

ເມື່ອທ່ານລົງທື່ນກັບການຮຽນຮູ້ ທ່ານກຳລັງຊອກຫາໄອເດຍ ຫຼື ຄວາມຄິດຂອງໃຜຄົນໝື່ງທີ່ທ່ານບໍເຄີຍມີມາກ່ອນ ພຽງແຕ່ຄວາມຄິດດຽວເທົ່ານັ້ນ ຢ່າຍ້ານທີ່ຈະໃຊ້ເງີນໃນການຮຽນຮູ້ກັບການຕະຫຼາດຈົ່ງໃຊ້ເງີນໃນການຊື້ໜັງສື່ແລະ ຄອສ ຮຽນຮູ້ ເພາະມັນຈະສ້າງຄຸນຄ່າໃຫ້ໃນໄລຍະຍາວ ທັດສະນະຄະຕິກຽ່ວກັບການຮຽນຮູ້ນີ້ ຈະເຮັດໃຫ້ທ່ານມີຄຸນຄ່າຫຼາຍຂື້ນໃນອາຊິບ ຫຼື ການຕະຫຼາດແບ່ບເຄືອຂ່າຍຂອງທ່ານມັນຄືກັບພາບຕໍ່ ທຸກຄວາມຮູ້ໃໝ່ໆຈ່ະຊ່ວຍເຕີມເຕັມໃຫ້ທ່ານສະເໝີ.

3 ສີ່ງທີ່ຕ້ອງຮູ້ ກ່ອນທີ່ຈະເຮັດທຸລະກິດການຕະຫຼາດແບ່ບເຄືອຂ່າຍ

ມາຮອດບ່ອນນີ້ຫວັງວ່າ ທ່ານຈ່ະມີຄວາມເຊື່ອໝັ້ນວ່າທຸລະກິດການຕະຫຼາດເຄືອຂ່າຍ ເປັນທຸລະກິດທີ່ດີກວ່າ ແລະ ຖ້າທ່ານກຳລັງຈະເຂົ້າຮ່ວມ ຫຼື ຢູ່ໃນທຸລະກິດເຄືອຂ່າຍຢູ່ແລ້ວ ກໍຈະເປັນການດີທີ່ສຸດທີ່ທ່ານຈະເປັນມືອາຊິບ ຂັ້ນຕອນຕໍ່ໄປຄືການຮຽນຮູ້ ແລະ ຝຶກທັກສະໃຫ້ເປັນມືອາຊີບ

ທ່ານບໍ່ຈຳເປັນຕ້ອງໃຊ້ເງີນຢ່າງຫຼວງຫຼາຍ ໃນການຮຽນຮູ້ ເຊີ່ງເວັບໄຊທ໌ຂອງເຮົາ www.mlmlao.com ໄດ້ນຳສະເໜີເນື້ອຫາ ບົດຄວາມຕ່າງໆ ໃຫ້ທ່ານສາມາດຮຽນຮູ້ໄດ້ຟຣີ! ທ່ານກໍສາມາດເປັນມືອາຊີບໄດ້ແລ້ວ ແຕ່ຖ້າທ່ານບໍ່ຕ້ອງການເສຍເວລາ ແລະ ໃຊ້ວິທີຢ່າງຄົນສະຫຼາດ ໃນການຮຽນຮູ້ຈາກປະສົບການຂອງຜູ້ທີ່ ປະສົບຄວາມສຳເລັດມາແລ້ວ ທ່ານສາມາດຮຽນ ຄອສ ຕ່າງໆ ຂອງເຮົາເຊັ່ນ: MLM SPEED WEEALTH ທ່ານກໍຈະເປັນມືອາຊິບໄດ້ຢ່າໄວວາ ແລະ ນີ້ແມ່ນແນວຄິດ ທີ່ຈຳເປັນຕໍ່ການຈະເລີນເຕີບໂຕຂອງທຸລະກິດ ເຮັດໃຫ້ທ່ານມີທຸລະກິດຂະໜາດໃຫຍ່ ແລະ ປະສົບຜົນສຳເລັດໄດ້.

ສີ່ງທີ່ຕ້ອງຮູ້ 1

___________________________________________________________

ທ່ານມີສິນຄ້າຂອງບໍລິສັດທີ່ທ່ານເປັນສະມາຊິກ

ຖ້າມີ ຄົນທີ່ປະສົບຄວາມສຳເລັດໃນການເຮັດການຕະຫຼາດສິນຄ້ານີ້ກໍມີ

ແຕ່ທ່ານຍັງບໍ່ປະສົບຄວາມສຳເລັດ

ບໍ່ແມ່ນຄວາມຜິດຂອງສິນຄ້າ

 ສີ່ງທີ່ຕ້ອງຮູ້ 2

_______________________________

ທ່ານມີແຜນການຈ່າຍຜົນຕອບແທນຂອງບໍລິສັດຄືກັນ

ຖ້າມີ ຄົນທີ່ສ້າງລາຍຮັບໄດ້ຫຼາຍ ແຕ່ທ່ານບໍ່ມີລາຍຮັບເລີຍ

ມັນບໍ່ໄດ້ໝາຍຄວາມວ່າແຜນນັ້ນອອກແບບມາບໍ່ດີ

ແຜນນັ້ນບໍ່ໄດ້ອອກແບບມາສຳລັບ ຜູ້ໃດ ຜູ້ໝື່ງ

ບໍ່ໄດ້ອອກແບບມາສະເພາະຜູ້ຊາຍ ຫຼື ສະເພາະຜູ້ຍີງ

ແຜນການຈ່າຍຜົນຕອບແທນນັ້ນອອກແບບມາສຳລັບທຸກຄົນ

ສີ່ງທີ່ຕ້ອງຮູ້ 3

___________________________________________________________

ສິງທີ່ສຳຄັນຫຼາຍທີ່ສຸດ ກໍຄື ຕົວແທນ

ທ່ານເປັນຕົວແປທີ່ສຳຄັນທີ່ສຸດ

ທຸກຄົນນັ້ນມີສິນຄ້າ ແລະ ແຜນຄືກັນ

ແຕ່ທ່ານສາມາດເລືອກໄດ້ວ່າຈະເປັນຜູ້ທີ່ລົ້ມເຫຼວ

ຫຼື ຜູ້ທີ່ປະສົບຄວາມສຳເລັດ

_______________________________________________________________________

ທ່ານ ເລືອກເປັນຫຍັງ ລະຫວ່າງຜູ້ທີ່ລົ້ມເຫຼວ ຫຼື ຜູ້ທີ່ປະສົບຄວາມສຳເລັດ ຂຽນຄວາມຄິດເຫັນໄວ້ທາງດ້ານລຸ່ມນີ້ໄດ້ເລີຍ.
ທ່ານສາມາດຊ່ວຍເພີ່ມຄຸນຄ່າຂອງທ່ານໄດ້ໂດຍການແຊຣບົດຄວາມນີ້ອອກໄປໃຫ້ຫຼາຍໆເລີຍ ກັບຄວາມສຳເລັດໃນໂລກອອນໄລນ໌ຂອງທ່ານ.

By admin

Leave a Reply

Your email address will not be published. Required fields are marked *