715 Viewsມື້ນີ້ຂ້ອຍຈະມາເປີດເຜີຍສູດ 3ສ ທີ່ຕ້ອງເຮັດ. ຖ້າທ່ານຕ້ອງການປະສົບຄວາມສໍາເລັດໃນທຸລະກິດອອນໄລນ໌ 99 ເປີເຊັນ ຂອງນັກທຸລະກິດລົ້ມເຫລວ ແລະ ລົ້ມລະລາຍຍ້ອນວ່າພວກເຂົາບໍ່ຮູ້ສູດ 3ສ , ຂະບວນການຂອງການຕະຫຼາດດຶງດູດນັ້ນເອງ. ຍິນດີຕ້ອນຮັບສູ່ MLMLAO.COM ໂຮງຮຽນທຸລະກິດການຕະຫຼາດແບ່ບເຄືອຂ່າຍ ທີ່ມີການສຶກສາດ້ານການຕະຫຼາດທີ່ໜ້າສົນໃຈ ທີ່ຈະເຮັດໃຫ້ທ່ານ: ສ້າງບັນຊີລາຍຊື່ ສ້າງຜູ້ມຸ່ງຫວັງ ສ້າງລູກຄ້າ ສ້າງຜູ້ຕິດຕາມ ເພີ່ມຍອດຂາຍ ແລະເພີ່ມຈໍານວນຜູ້ສະຫມັກ ສໍາລັບທຸກໆທຸລະກິດ, ທຸກໆອຸດສາຫະກໍາ (ແມ່ນແລ້ວ, ທ່ານສາມາດປະສົບຜົນສໍາເລັດໄດ້ ແລະ ສູດນີ້ແມ່ນໄດ້ຮັບການພິສູດມາແລ້ວ) ຂ້ອຍຄິດວ່າພວກທ່ານຈະເຫັນດີກັບຂ້ອຍ ຫຼັງຈາກອ່ານບົດຄວາມນີ້ຈົບ ວ່າທຸກໆຄວາມສໍາເລັດຂອງຜູ້ທີ່ປະສົບຄວາມສຳເລັດ ສິ່ງທີ່ທ່ານເຫັນອອນໄລນ໌ໃນມື້ນີ້ທັງຫມົດ ແມ່ນລ້ວນແຕ່ນໍາໃຊ້ສູດ 3ສ , ຂັ້ນຕອນຂອງຄວາມສໍາເລັດທັງຫມົດນີ້ ແລະ ຖ້າຫາກວ່າທ່ານກໍາລັງພົບບັນຫາກັບທຸລະກິດຂອງທ່ານ ທີ່ບໍ່ສາມາດດໍາເນີນຕໍ່ໄປໄດ້, ມັນແມ່ນຍ້ອນວ່າທ່ານຂາດສິງໃດ, ສິງໜຶ່ງ ຫຼື ຫຼາຍກວ່າ ໃນການໃຊ້ສູດ 3ສ ຂັ້ຍນຕ້ອນສູ່ຄວາມສຳເລັດນີ້. ຄວາມຈິງທີໄດ້ຮັບການພິສູດແລ້ວວ່າ: ຖ້າມີຄົນທີ່ທ່ານຮັກ, ມັກ, ແລະ ຕິດຕາມເຂົາໃນອອນໄລນ໌ ທີ່ເຂົາປະສົບຄວາມສໍາເລັດຢ່າງຫຼວງຫຼາຍ, ທ່ານຫມັ້ນໃຈໄດ້ 100% ເລີຍວ່າໃນການສ້າງຜູ້ຕິດຕາມ, ສ້າງອິດທິພົນ, ແລະ ການສ້າງລາຍໄດ້, ພວກເຂົາໃຊ້ສູດ 3ສ ສໍາລັບການຕະຫຼາດດຶງດູດນີ້ແນ່ນອນ. ກັບດັກທີ່ເຮັດໃຫ້ການສ້າງທຸລະກິດ ຢູ່ບ້ານບໍ່ສາມາດບັນລຸຕົວເລກ 6 ຫຼັກໄດ້. ເພື່ອເຮັດໃຫ້ເຂົ້າໃຈຄວາມລັບງ່າຍຂຶ້ນຂອງສູດສໍາລັບຄວາມສໍາເລັດທີ່ເຮັດໃຫ້ມີລາຍໄດ້ຫຼາຍ ທີ່ເຮັດມາຫຼາຍປີແລ້ວ ແລະ ໃນປັດຈຸບັນນີ້ທີ່ທ່ານກໍາລັງຈະຮຽນຮູ້ສູດດຽວກັນກັບພວກເຂົາ ເພື່ອຂະຫຍາຍທຸລະກິດຂອງທ່ານໃຫ້ສຳເລັດ ແຕ່ກ່ອນອື່ນ ໃຫ້ເຮົາມາຮຽນຮູ້ກ່ອນວ່າ: “ເປັນຫຍັງຄົນເຮົາຈຶ່ງບໍ່ສາມາດຫາລາຍໄດ້ 6 ຫຼັກຈາກທຸລະກິດທີ່ສາມາດສ້າງຈາກທີບ້ານໃດ” ບັນຫານີ້ແມ່ນງ່າຍທີ່ຈະຕອບ, ມັນແມ່ນ … “ຄວາມຮູ້ລົ້ນ! … “: ມັນງ່າຍຫຼາຍ ທີ່ເຮັດໃຫ້ທ່ານສັບສົນ ເນື່ອງຈາກວ່າມີຂໍ້ມູນ ຈໍານວນຫຼວງຫຼາຍຖືກສົ່ງໄປຫາພວກທ່ານທຸກມື້ກ່ຽວກັບວິທີການສ້າງທຸລະກິດຂອງພວກເຮົາ ຄືກັບນັກມວຍທີ່ຍ່າງເຂົ້າມາພ້ອມທີ່ຈະຊົກເຂົ້າໃບໜ້າ ມັນອາດຈະມຶນງົງ ແລະ ຮູ້ສຶກສັບສົນທຸກຄັ້ງທີ່ເຈົ້ານັ່ງຢູ່ໜ້າຄອມພິວເຕີ ສະນັ້ນເຮົາຄວນເລີ່ມຈາກໃສ ແມ່ນຫຍັງທີ່ເຮົາຄວນຕ້ອງເຮັດໃນຂັ້ນຕອນຕໍ່ໄປ ເລີ່ມຕົ້ນຂຽນບົດຄວາມແມ່ນບໍ່ ? ເລີ່ມເຮັດ LIVE (ວິດີໂອສົດ) ໃນ ລົງໂຄສະນາໃນເຟສບຸກ? ສົ່ງອີເມວບໍ? ສົ່ງ Twitter, Instagram ຫຼື LINE ແຊັດ. ມີຫຼາຍວິທີທີ່ແຕກຕ່າງກັນ ແມ່ນບໍ?! ວິທີການທັງຫມົດແມ່ນດີ ແລະ ເປັນວິທີການທີ່ຫຼາຍຄົນເຮັດແລ້ວໄດ້ຮັບຜົນດີ ເພາະວ່າມັນເປັນວິທີການປະຕິບັດ ການຕະຫຼາດທີ່ແຕກຕ່າງກັນນັ້ນເອງ, ແຕ່ມັນຄືກັບວ່າເຈົ້າກໍາລັງດື່ມນ້ຳຈາກທໍ່ສີດນ້ຳດັບໄຟ, ມັນຫຼາຍເກີນໄປ ຖ້າຫາກທ່ານຫາກໍ່ເລີ່ມຕົ້ນເຂົ້າໄປເຮັດທຸລະກິດອອນໄລນ໌ ທ່ານຕ້ອງຢຸດເຊົາການບໍລິໂພກຂໍ້ມູນ ແລະ ຫາຍໃຈເລິກໆ ຄ່ອຍໆຊອກຫາຄວາມງ່າຍ ໃນທຸກໆທຸລະກິດທີ່ປະສົບຜົນສໍາເລັດ, ຄວາມສັບສົນທັງຫມົດຈະຫາຍໄປ, ດັ່ງນັ້ນພວກເຮົາຈະນໍາທ່ານໄປໃນທິດທາງທີ່ຖືກຕ້ອງ ຄືກັນກັບຫຼັກສູດແນະນໍາ MLM SPEED WEALTH ຂອງພວກເຮົາ ທີ່ຊ່ວຍໃຫ້ທ່ານໄດ້ຮຽນຮູ້ພື້ນຖານຢ່າງເຂົ້າໃຈ ແລະ ໄດ້ຜົນລັບທີ່ດີ ພວກເຮົາມາເລີ່ມຕົ້ນໄປພ້ອມກັນເລີຍ. ສູດ 3ສ ເປັນຂັ້ນຕອນທີ່ຕ້ອງໃສ່ໃຈເຮັດມັນທຸກໆມື້ ເພື່ອຄວາມສໍາເລັດໃນການເຮັດການຕະຫຼາດແບບດຶງດູດ ວ້າວ! ພຽງແຕ່ 3 ຂັ້ນຕອນທີ່ທ່ານຕ້ອງໄດ້ເອົາໃຈໃສ່ ແລ້ວທຸກສິ່ງທຸກຢ່າງຈະເລີ່ມເຂົ້າທີ່ໄປໃນທິດທາງທີ່ດີ ມັນເປັນຄວາມຈິງທີ່ວ່າທຸກຄວາມສໍາເລັດໃນໂລກຂອງ ທຸລະກິດອອນໄລນ໌ ຕ້ອງເນັ້ນໃສ່ 3 ຂັ້ນຕອນນີ້ ທ່ານຮູ້ສຶກດີແລ້ວບໍ່? ຖ້າດັ່ງນັ້ນ ເຮົາໄປຕໍ່ກັນເລີຍ … ສ. ທີ 1: ສ້າງຜູ້ຕິດຕາມ (Build): ຜູ້ຕິດຕາມຂອງເຈົ້າຈະເປັນກຸນແຈຫຼັກສໍາຄັນ, ເປັນທຸກສິ່ງທີ່ຈະເຮັດໃຫ້ທຸລະກິດອອນໄລນ໌ຂອງທ່ານເຕີບໃຫຍ່, ໃນກຸ່ມຜູ້ຕິດຕາມທີ່ເຈົ້າສ້າງ, ເຈົ້າຈະພົບໂອກາດທີ່ເຮັດໃຫ້ເຈົ້າມີ: ລາຍຊື່ ຜູ້ມຸ່ງຫວັງ ລູກຄ້າ ສະມາຊິກຫຼື ຜູ້ຕິດຕາມ ແລະເຂົາເຈົ້າເຫຼົ່ານັ້ນກຳລັງລໍຖ້າທ່ານ! ທ່ານຕ້ອງສ້າງຜູ້ຕິດຕາມ ຫຼື ຜູ້ຊົມຂອງທ່ານຫຼາຍຂຶ້ນທຸກໆມື້. ແລ້ວຜູ້ຕິດຕາມຈະມາຈາກໃສ? ນີ້ແມ່ນຕົວຢ່າງ ເຟສບຸ໊ກແຟນເພສ ທີ່ໄລ ແລະ ກົດຕິດຕາມ ຜູ້ຕິດຕາມຊ່ອງ YouTube ຜູ້ຕິດຕາມ Twitter ຜູ້ຕິດຕາມ Instagram ຜູ້ຕິດຕາມ Line ຜູ້ຕິດຕາມ Facebook Messenger ຜູ້ຕິດຕາມລົ່ງທະບຽນຮັບອີເມລ໌ ການໃຊ້ຊ່ອງທາງສ້າງຜູ້ຕິດຕາມດ້ວຍອີເມວນັ້ນ ມີຄວາມສຳຄັນຫຼາຍ ຂ້ອຍຂໍແນະນຳເປັນອັນດັບຕົ້ນໆເລີຍ ແລະ ຄ່ອຍໆເພີ່ມລາຍຊື່ເຂົ້າໄປຈະເຮັດໃຫ້ທຸລະກິດຂອງທ່ານເຕີບໂຕໄດ້ຢ່າງຕໍ່ເນື່ອງ ລາຍລະອຽດມີສອນໄວ້ແລ້ວໃນຫຼັກສູດ MLM SPEED WEALTH ສ ທີ່ 2: ສະໜິດສະໜົມ (Engage): ທ່ານຈະຕ້ອງສ້າງຄວາມສໍາພັນກັບຄົນທີ່ຕິດຕາມຂອງທ່ານ ເພື່ອສ້າງຄວາມໃກ້ຊິດ, ໃນຂັ້ນຕອນນີ້ທ່ານຈະເລີ່ມໄດ້ຮັບຄວາມສຳຄັນຕາມລຳດັບຄື ການຮູ້ຈັກ (Know), ຄວາມມັກ (like) ແລະ ຄວາມເຊື່ອໝັ້ນ (Trust)… ແລະ ມັນເປັນສິ່ງສໍາຄັນຫຼາຍ ຖ້າຫາກວ່າທ່ານຕ້ອງການໃຫ້ຄົນສົນໃຈຢາກເຮັດທຸລະກິດກັບທ່ານ ທຸກສິ່ງທຸກຢ່າງແມ່ນຄວາມຈິງ, ຄົນທີ່ເຮັດທຸລະກິດ ເຂົາຈະແນະນໍາທຸລະກິດກັບຄົນທີ່ເຂົາເຈົ້າຮູ້ຈັກ, ມັກ, ແລະ ໄວ້ວາງໃຈ. ທ່ານສາມາດສ້າງ ຄວາມສໍາພັນກັບຜູ້ຕິດຕາມໂດຍການສ້າງ ເນື້ອຫາທີ່ມີຄຸນນະພາບທີ່ກົງກັບກຸ່ມເປົ້າຫມາຍເຊັ່ນ: ບົດຄວາມ, ວິດີໂອ, ການຖ່າຍທອດສົດ ທີ່ໃຫ້ເປັນປະໂຫຍດຕໍ່ຜູ້ຕິດຕາມຂອງທ່ານ ແລະ ມີສ່ວນຮ່ວມກັບທ່ານໃນເນື້ອຫານັ້ນ. ທ່ານສາມາດໂຕ້ຕອບກັບຄົນທີ່ເຂົ້າມາສົນໃຈໃນເນື້ອຫາຂອງທ່ານໄດ້ເຊັ່ນ: ຕອບ, ຖາມຄຳຖາມ, ມັກ ຫຼື ແບ່ງປັນເນື້ອໃນຂອງທ່ານ… ທ່ານສາມາດເພີ່ມການພົວພັນໂດຍການຕິດຕາມ, ຕິດຕໍ່ພົວພັນ ຫຼື ຕິດຕໍ່ຜູ້ຕິດຕາມທີ່ມີຄວາມສົນໃຈໃນເນື້ອຫາຂອງທ່ານໂດຍການຕິດຕໍ່ກັບຊ່ອງທາງອື່ນໆເຊັ່ນ: ການສົນທະນາໂດຍກົງຜ່ານທາງໂທລະສັບ, ແຊັດໄລນ໌ ຫຼືການສົນທະນາອື່ນໆ. ການເຊື່ອມຄວາມສໍາພັນນັ້ນຂຶ້ນກັບຊ່ອງທາງການແຈກຢາຍເນື້ອຫາຂອງທ່ານ ມູນຄ່າທີ່ມີຂໍ້ຄວາມ, ຮູບພາບ ຫຼື ການອອກອາກາດສົດ, ທ່ານຈໍາເປັນຕ້ອງສ້າງ ເນື້ອຫາທີ່ມີຄຸນຄ່າທີ່ຜູ້ຕິດຕາມສາມາດແບ່ງປັນ, ຄວາມຄິດເຫັນ, ຫຼື ຖາມຄໍາຖາມເພື່ອເຮັດໃຫ້ຜູ້ຕິດຕາມມີຄວາມຮູ້ສຶກມີສ່ວນຮ່ວມ ໂດຍສົມທົບກັບເນື້ອຫາຂອງທ່ານ ແລະທ່ານຕ້ອງເຮັດໃນສິ່ງທີ່ທ່ານຕ້ອງການໃຫ້ຜູ້ຕິດຕາມຂອງທ່ານເຮັດ ຜ່ານເຟສບຸກ ທ່ານຈະຕ້ອງແບ່ງປັນ, ສະແດງຄວາມຄິດເຫັນ ແລະ ມີສ່ວນຮ່ວມກັບຜູ້ນໍາຄົນອື່ນ ໃນອຸດສາຫະກໍາດ່ຽວກັນ. ທ່ານສາມາດຕັ້ງຄໍາຖາມສັ້ນໆ ສອງສາມຂໍ້ ຖ້າທ່ານຮູ້ສຶກວ່າບໍ່ມີໃຜເຂົ້າມາມີສ່ວນຮ່ວມກັບເນື້ອຫາຂອງທ່ານ ຫຼື ທ່ານອາດຈະຂໍໃຫ້ຄົນອອກຄໍາເຫັນ ກົດຖືກໃຈ ຫຼື ແບ່ງປັນຂໍ້ມູນ ໃຫ້ກັບເນື້ອໃນຂອງທ່ານໄດ້ ໂດຍການໃຊ້ຄໍາສັ່ງ (Call to Action) ເພື່ອໃຫ້ຜູ້ຕິດຕາມຂອງທ່ານ ດຳເນີນການບາງສິ່ງບາງຢ່າງທີ່ງ່າຍດາຍ ໃນເນື້ອຫາຂອງທ່ານ ທ່ານຈະຮູ້ສຶກປະຫລາດໃຈເມື່ອເຫັນສິ່ງທີ່ເກີດຂຶ້ນ ຖ້າທ່ານຕ້ອງການຜູ້ຕິດຕາມຜ່ານຊ່ອງທາງ YouTube, ທ່ານກໍ່ຕ້ອງໂພສວິດີໂອທີ່ມີຄຸນຄ່າ ຫຼື ການຖ່າຍທອດສົດກໍ່ໄດ້. ຖ້າທ່ານໃຊ້ Instagram, ສ້າງເນື້ອຫາທີ່ມີຄຸນຄ່າສໍາລັບຜູ້ຕິດຕາມຂອງທ່ານ ຊອກຫາຜູ້ນໍາອຸດສາຫະກໍາຂອງທ່ານໃນ Instagram ໃຫ້ເຂົ້າມາມີສ່ວນຮ່ວມ ແລະ ສະແດງຄວາມຄິດເຫັນກັບພວກເຂົາ ເພື່ອດຶງດູດພວກເຂົາໄປເປັນຜູ້ຕິດຕາມຂອງທ່ານ ທ່ານເກີດມີໄອເດຍແລ້ວແມ່ນບໍ ສ້າງ ແລະ ສົ່ງເສີມເນື້ອຫາຂອງທ່ານ ສ້າງຄວາມສໍາພັນກັບຜູ້ທີ່ມີສ່ວນຮ່ວມເນື້ອຫານັ້ນຢ່າງສະໜິດສະໜົມ ຄົ້ນຫາເນື້ອຫາຈາກຜູ້ນຳໃນອຸດສາຫະກໍາທີ່ກ່ຽວຂ້ອງ ທີ່ມີຜູ້ຕິດຕາມຢູ່ແລ້ວ ແລະ ໄປສ້າງສາຍສຳພັນກັບຜູ້ທີ່ຕິດຕາມເລົ່ານັ້ນ ສ້າງຄວາມໃກ້ຊິດຈົນກາຍເປັນຜູ້ຕິດຕາມຂອງທ່ານ ໂດຍການສ້າງເນື້ອຫາ ທີ່ມີຄຸນຄ່າ, ມີຄຸນນະພາບ, ທ່ານຍັງຈະມີຜູ້ຕິດຕາມທີມີຄຸນນະພາບເພີ່ມຂື້ນ. ສ ທີ່ 3: ການສະເຫນີຂາຍ (Sell): ນີ້ເປັນຂັ້ນຕອນທີສ້າງຄວາມປະທັບໃຈ ແລະ ຮູ້ສຶກດີທີສຸດໃນເວລາທີ່ທ່ານເລີ່ມຕົ້ນການສ້າງລາຍໄດ້ ແລະ ສ້າງອານາຈັກຂອງທ່ານ ເມື່ອທ່ານສາມາດສ້າງຜູ້ຕິດຕາມ ແລະ ສ້າງຄວາມໃກ້ຊິດສະໜິດສະໜົມກັບຜູ້ຕິດຕາມຂອງທ່ານ ສ້າງຄວາມສໍາພັນເທື່ອລະກ້າວ, ນໍາໄປສູ່ການຮູ້ຈັກ, ມັກ ແລະ ມີຄວາມໄວ້ວາງໃຈ … ຮອດຕອນນີ້ເຖິງເວລາທີ່ຈະສະເໜີຂາຍຜະລິດຕະພັນ ຫຼື ບໍລິການຂອງທ່ານແລ້ວ. ເປັນເລື່ອງນ່າເສຍດາຍ ທີ່ຫຼາຍໆຄົນມັກຈະເລີ່ມຕົ້ນດ້ວຍຂັ້ນຕອນນີ້ກ່ອນ ໂດຍບໍ່ໄດ້ເລີ່ມຕົ້ນຈາກຫຼັກພື້ນຖານໃນຂັ້ນຕອນ ສ1 ແລະ ສ 2, ພວກເຂົາເລີ່ມຕົ້ນດ້ວຍການຂາຍເລີຍ ການເຮັດແບບນີ້ ເປັນການເອີ້ນວ່າເປັນການ “ໂຍນໃຫ້”, “ຢັດໃຫ້” ຫຼື “ຖິ້ມ” ແທນທີ່ຈະຖືກນໍາສະເຫນີດ້ວຍຄຸນຄ່າ, ເຊິ່ງມັນຈະເຮັດໃຫ້ຜູ້ຄົນໃສ່ຮ້າຍປ້າຍສີ ວ່າເປັນ “ສະແປມເມີ”. ດັ່ງນັ້ນການເຮັດຕາມຂັ້ນຕອນທີ່ຖືກຕ້ອງຕາມສູດ “ 3ສ “ ແມ່ນມີຄວາມສໍາຄັນທີ່ສຸດ. ສ້າງ, ສະໜິດສະໜົມ, ສະເໜີຂາຍ: ນີເປັນສູດຄວາມສໍາເລັດທີ່ເຮັດໃຫ້ການດໍາເນີນທຸລະກິດອອນໄລນ໌ປະສົບຄວາມສຳເລັດ ດ້ວຍການເຮັດການຕະຫຼາດແບບດຶງດູດທີ່ມີປະສິດທິພາບ ນີ້ແມ່ນຫຼັກສູດ 3ສ , ເປັນສູດສໍາເລັດທີ່ເຮັດໃຫ້ການດຳເນີນທຸລະກິດອອນໄລນ໌ປະສົບຄວາມສຳເລັດ ມັນເປັນສູດທີ່ດີທີສຸດແມ່ນບໍ? ແລະ ທ່ານສາມາດນຳເອົາຫຼັກສູດນີ້ມາໃຊ້ໄດ້ທຸກເວລາທີ່ທ່ານຕ້ອງການ ແລະ ຍັງສາມາດນຳມາເປັນແນວທາງ,ເປັນຄໍາແນະນໍາສໍາລັບທ່ານ, ຖ້າທ່ານຮູ້ສຶກສັບສົນ ແລະ ບໍ່ຮູ້ວ່າຈະເຮັດແນວໃດໃນແຕ່ລະມື້ ກະລຸນາກັບຄືນໄປຫາຫຼັກສູດ 3ສ ກໍຄື: ສ້າງ, ສະໜິດສະໜົມ, ສະເໜີຂາຍ ໄດ້ໃນທັນທີ ຖ້າຫາກວ່າທ່ານຍັງບໍ່ໄດ້ຜົນລັບທີ່ດີທ່ານອາດຈະລືມ ຫຼື ບໍ່ໄດ້ເຮັດຕາມຂັ້ນຕອນໃດຂັ້ນຕອນໜຶ່ງກໍ່ໄດ້ ຂ້ອຍຈຶ່ງຂໍແນະນຳໃຫ້ທ່ານໃສ່ໃຈໃນ 3ຂັ້ນຕອນນີ້ຢ່າງລະອຽດ ເພື່ອເປັນຫຼັກປະກັນວ່າ ທ່ານໄດ້ສ້າງທຸລະກິດຂອງທ່ານທີມີພື້ນຖານທີ່ແຂງແຮງໄວ້ແລ້ວ. Post navigation 5. ວິທີສ້າງທຸລະກິດເຄືອຂ່າຍໃຫ້ເຕີບໂຕໄດ້ຢ່າງວ່ອງໄວໃນໂລກອອນໄລນ໌ 5 วิธีสร้างรายชื่อผู้มุ่งหวังอย่างไม่มีวันหมดในธุรกิจการตลาดแบบเครือข่าย