1,224 Views
  • ຖ້າທ່ານບໍ່ຢາກເຈັບປວດຈາກການຖືກປະຕິເສດ ແລະ ລົ້ມເຫລວ ໃນການສ້າງຜົນລັບໃຫ້ກັບທຸລະກິດ ການຕະຫຼາແບບເຄືອຂ່າຍຂອງເຈົ້າອີກຕໍ່ໄປ ແລະ ຕ້ອງຮູ້ວິທີດຶງດູດຜູ້ຄົນໃຫ້ເຂົ້າມາສະໝັກທຸລະກິດກັບເຈົ້ານັ້ນເອງ.

ມີນ້ອງຄົນໜຶ່ງຖາມວ່າ ນ້ອງຄວນເຮັດທຸລະກິດເຄືອຂ່າຍບໍລິສັດໄດ້ດີ ເພາະວ່າ ໃນປັດຈຸບັນມີບໍລິສັດ ເຄືອຂ່າຍເຕັມໄປໝົດ ນ້ອງເປັນຄົນລາວ ອາຍຸ 20 ປີ ແລະ ມີຄວາມມັກໃນທຸລະກິດການຕະຫຼາດແບບ ເຄື່ອຂ່າຍ ຄຳຖາມກໍຄື ຢາກຮູ້ວ່າຈະເລີ່ມທຸລະກິດການຕະຫຼາດແບບເຄືອຂ່າຍບໍລິສັດໄດ້ດີ ເພາະມີບໍລິສັດແບບນີ້ໄປໝົດ.

ສາລະບານ.

ສະບາຍດີທຸກທ່ານມື້ນີຂ້ອຍເອງແຫຼ້ ເຈີຄຳຖາມຈາກຄົນຈຳນວນຫລາຍ ທີ ສົ່ງເຂົ້ມາຖາມ ເຮົາກໍເລີຍເຂົ້າມາຕອບຄຳຖາມໃນຊ່ອງທາງໂຊຊຽວມີເດຍເພື່ອທີ່ຈະໃຫ້ທຸກທຸກທ່ານທີ່ໃຝ່ຮູ້ໃຝ່ຮຽນ ໃນການພັດທະນາຕົວເອງ ເພື່ອທີ່ຈະສ້າງທຸລະກິດຂອງຕົນເອງໃຫ້ປະສົບຜົນສຳເລັດ ໄດ້ເຈີກັບຊ່ອງທາງໃນການແກ້ໄຂບັນຫາທີ່ທ່ານມີຢູ່

ຫຼັກການຂໍທີ1

ບໍລິສັດຈົດທະບຽນຖືກຕ້ອງ ແລະ ເປີດມາຫຼາຍກວ່າ 5 ປີ

ເປັນບໍລິສັດທີ່ຈົດທະບຽນຖືກຕ້ອງຕາມກົດໝາຍ ຖ້າຈົດທະບຽນບໍ່ຖືກຕ້ອງເຊັ່ນ: ຊື່ບໍລິສັດໃນເອກະສານຈະບໍ່ຕ້ອງການ ຊື້ສິນຄ້າບໍ່ຕ້ອງກັບທີ່ນຳສະເໜີ ຖ້າເປັນແບບນີ້ເຮົາຄວນລະມັດລະວັງ ລະວັງຈະກາຍເປັນລູກໂຊ້ ເພາະກຸ່ມຄົນເຫຼົ່ານີ້ໄປຮ່ວມໃຊ້ທະບຽນບໍລິສັດຂອງຄົນອື່ນ ເຊິ່ງມັນມີຫຼາຍ ແລະ ເນົາສກໍຄວນລະມັດລະວັງ

ແລ້ວຖ້າເກີດວ່າບໍລິສັດນັ້ນ ກາຍເປັນບໍລິສັດແຊ່ລູກໂຊຂຶ້ນມາ  ແລ້ວເຮົາໄປແນະນຳໝູ່ເພື່ອນຫຼືຄົນເປັນຈຳນວນຫຼາຍ ເຮົາກໍຈະກາຍເປັນຜູ້ຮ່ວມກະທຳຜິດ ທັງທີເຮົາບໍ່ຮູ້້ລື່ອງຫຍັງເລີຍ ເພາະກົດໝາຍຈະເອົາກ້ຄວາມຜິດກັບຄົນທີ່ເປັນຜູ້ນຳ ຖ້າເຮົ່າຈະຕ້ອງເລືອກບໍລິສັດນັ້ນຈະຕ້ອງເປີດມາແລ້ວຫຼາຍກວ່າ 5 ປີ

ບົດສົນທະນາ

A: ເຫັນດີນຳເພື່ອເປັນການພິສູດວ່າບໍລິສັດເປີດມາແລ້ວຈິງຈັງກັບທຸລະກິດ ບໍ່ແມ່ນເປີດມາເພື່ອຫຼອກລວງເອົາເງິນຄົນ

B: ຖືກຕ້ອງ ນັ້ນເປັນຄຳແນະນຳທີ່ຖືກຕ້ອງທີ່ສຸດ ເພາະບໍລິສັດທີ່ດີນັ້ນຄວນຈະມີອາຍຸເກີນກວ່າ 5 ປີ

ຫຼາຍຄົນອາດຈະຖາມວ່າ ຖ້າເຮົາເຂົ້າມາຕອນນີ້ມັນຊິບໍ່ຊ້າເກີນໄປບໍ ໃນຄວາມເປັນຈິງແລ້ວມັນຍັງມີໂອກາດອີກຫຼາຍ ຖ້າເຮົ່າຈະຕ້ອງສ້າງທຸລະກິດແລ້ວປະສົບຜົນສຳເລັດ ແລະບໍລິສັດຈະຈ່າຍເງິນໃຫ້ກັບເຜົ່າໄປຕະຫຼອດຊີວິດໂດຍທີບໍ່ກ່ອນ ໃນວົງການທຸລະກິດການຕະຫຼາດແບບເຄືອຂ່າຍ ທຸກທ່ານ ຂ້ອຍຢາກຈະບອກວ່າບໍລິສັດທີ່ເປີດມາໃໝ່ໆ ມັກຈະໄປບໍບໍລອດໃນຊ່ວງບໍ່ເກີນ 5 ປີ ແລະ ຖ້າບໍລິສັດຢູ່ບໍ່ລອດເກີນ 5ປີ ປິດຕົວໄປກ່ອນ, ນີ້ໄປກ່ອນຫຼືເຈ໋ງໄປກ່ອນ ອົງກອນທີ່ທ່ານສ້າງ  ແລະ ແລະລາຍໄດ້ທີ່ທ່ານສ້າງ ສົມມຸດວ່າທ່ານມີລາຍໄດ້ຫຼາຍກວ່າ 1ແສນບາດ/ເດືອນແລ້ວ ຖ້າບໍລິສັດປິດໄປລາຍໄດ້ຂອງທ່ານກໍຈະຫາຍ ເພາະສະນັ້ນມັນເປັນເລື້ອງທີ່ບໍ່ໜ້າ ່ສຽງເດັດຂາດ

A: ເຮົາກໍເຄີຍເຈີມາຄືກັນ ບໍລິສັດໃໝ່ທີເຮົາເຮັດ ກະຫາເຮັດບໍຮອດປີ ກໍປິດໄປ ນີຮ້ເປັນປະສົບການທີ່ນຳມາແບ່ງປັນ ທ່ານຜູ້ອ່ານຄວນລະມັດລະວັງ

B: ຄືບໍລິສັດໃໝ່ເລົ່ານັ້ນສ່ວນຫຼາຍມັກຈະດູດີ ເປີດໂຕຢ່າງຍິງໃຫຍ່ອາລັງການ ມີສິນຄ້າສຸດຍອດ, ຜົ່ນຕອບແທ່ນສຸດຍອດ ບໍລິສັດເຫຼົ່ານີ້ ເປັນບໍລິສັດນ່າກັງວົນຫຼາຍ ຂໍເຕືອນເລີຍວ່າ ຄວນລະມັດລະວັງໃຫ້ດີ ບໍລິສັດໄດ້ຈ່າຍຫຼາຍເກີນຄວາມເປັນຈິງມັກຈະບໍນ່າເຊື່ອຖື ບໍລິສັດໃດຈ່າຍຫຼາຍໆ ຄວນລະມັດລະວັງໃຫ້ດີ

ເຂົ້າເອີນວ່າ Over play ແລ້ວກໍຈ່າຍບໍໄວ້ ບໍລິສັດເຫຼົ່ານີມັກຈະເຂົ້າຂາຍແຊ່ລູກໂຊ ຄືເອົາເງິນຈາກຄົນມາໃໝ່ໄປຈ່າຍໃຫ້ຄົນເກົ່າ.

 

ຫຼັກການຂໍ້ທີ 2

ສິນຄ້າດີ, ມີຄວາມຈຳເປັນຕ້ອງໃຊ ແລະ ຕ້ອງຊື້ຊ້ຳ

ສິນຄ້າຈະຕ້ອງດີ ແລະ ເປັນສິນຄ້າທີຜູ້ຄົນຈຳເປັນຈະຕ້ອງຊື້ໃຊ້ຊ້ຳທຸກເດືອນ ເພາະທຸລະກິດການຕະຫຼາດແບບເຄື່ອຂ່າຍເປັນທຸລະກິດແຫ່ງການຊື້ຊ້ຳ ຖ້າທ່ານສ້າງທຸລະກິດການຕະຫຼາດແບບເຄື່ອຂ່າຍ ແລະ ສິນຄ້ານັ້ນຊື້ຊ້ຳໄດ້ຍາກ ຕົວຢ່າງເຊັ່ນ: ຕູ້ເກັ່ບເສື້ອຜ້າ, ຕ່ຽງ, ຫຼື ຊຸດໂຊຟາ ຖາມວ່າເຮົາຈະຊື້ສິນຄ້າເຫຼົ່ານີ ຊ້ຳທຸກເດືອນບໍ

A: ແນ່ນອນສິນຄ້າເຫຼົ່ານີສ່ວນຈະບໍໄດ້ຊື້ຊ້ຳ ສ່ວນຫຼາຍຈະຊື້ຄັ້ງດ່ຽວແລ້ວໃຊ້ໄປຕະຫຼອດຊີວິດ.

B: ເພາະສະນັ້ນບໍລິສັດທີເຮັດການຕະຫຼາດແບບເຄື່ອຂ່າຍບໍລິສັດໃຫຍ່ ກໍມີການຈັດຈຳໜ່າຍສິນຄ້າປະເພດອຸປະໂພກ ແລະ ບໍລິໂພກ ຂອງໃຊ້ໃນຊີວິດປະຈຳວັນເຊັ່ນ: ສະບູ່, ຢ່າສີຟັນ, ອາຫານເສິມ, ຄີມທ່າຜິວ, ສິນຄ້າຈຳພວກນີ້ຄົນສ່ວນຫຼາຍແມ່ນໃຊ້ທຸກມື ແຕ່ມັນຈະແບ່ບອອກເປັນ 2 ລະດັບຄື: ຈຳເປັນຕ້ອງໃຊ້ ແລະ ບໍຈຳເປັນຕ້ອງໃຊ້ ຕົວຢ່າງ: ຢ່າສີຟັນ, ຄີມອາບນ້ຳເປັນສິນຄ້າທີຈຳເປັນຕ້ອງໃຊ້, ອາຫານເສີມລາຄາແພງໆອາດຈະບໍຈຳເປັນຕ້ອງໃຊ້ ແຕ່ເປັນສິນຄ້າດີ ຜູ້ບໍລິໂພກໃຊ້ແລ້ວປະທັບໃຈ ໃຊ້ແລ້ວເຫັ່ນຜົ່ນກໍກັບມາຊື້ຊ້ຳ

A: ຈາກປະສົບການ ຖ້າສິນຄ້ານັ້ນດີ ແລະ ປະຫຍັດຫຼາຍກວ່າທ້ອງຕະຫຼາດ ຈະເຮັດໃຫ້ທຸລະກິດນັ້ນເຕີບໂຕຢ່າງຢັ້ງຢື້ນ.

B: ຖ້າສິນຄ້ານັ້ນແພງເກີນໄປ ຈະມີຜົ່ນບໍ?

A: ແນ່ນອນມີຜົ່ນ ຖ້າສິນຄ້າແພງ ໃຊ້ແລ້ວໝົດໄປ ກໍຈະຕ້ອງຊື້ໃໝ່ອີກ ແລ້ວກໍຕ້ອງລົງທຶ່ນຊື້ສິນຄ້ານັ້ນທຸກໆເດືອນ ຈະເຮັດໃຫ້ລົ່ງທຶ່ນຫຼາຍເກີນໄປ.

 

ຫຼັດການຂໍ້ທີ່ 3

ແຜ່ນການຕະຫຼາດຈ່າຍຜົນຕອບແທນຄຸ້ມຄ່າ ແລະ ຍຸດຕິທຳ

A: ແຜ່ນການຕະຫຼາດຈ່າຍຜົ່ນຕອບແທນເປັນເລື່ອງທີສຳຄັນແມ່ນຫຼືບໍ ແລ້ວເຮົາຈະເລືອກແນວໃດ ການຈ່າຍຜົນຕອບແທ່ນຂອງບໍລິສັດໃດດີ ແລະ ບໍລິສັດໃດບໍດີ ແລ້ວເໝາະສົມກັບເຮົາຫຼືບໍ

ເຮົາຕ້ອງເບິງຜົ່ນປະກອບການຕັ້ງແຕ່ຂໍ້ທຳອິດ ວ່າມີນັກທຸລະກິດທີປະສົບຜົ່ນສຳເລັດທີມີລາຍໄດ້ ຫຼັກແສນ, ຫຼັກລ້ານບາດຕໍເດືອນຫຼືບໍ ຖ້າມີນັ້ນສະແດ່ງວ່າ ທຸລະກິດຂອງບໍລິສັດນັ້ນໃຊ້ໄດ້ ຜູ້ຄົນຍັງບໍລົ້ມເລີກ ແລະ ຍັງຂື້ນຕຳແໜ່ງຢູ່ ຍັງມີຄົນຊື້ລົດໃໝ່, ຂື້ນເຮືອນໃໝ່.

ຄືເຮົາຕ້ອງເບິງຜົ່ນປະກອບການຂອງບໍລິສັດນີ້ ວ່າຈ່າຍຜົ່ນຕອບແທ່ນຄຸ້ມຄ່າຫຼືບໍ ແລະ ທີ່ມງານຕ່າງໆ ຍັງເຕີບໂຕຂືນຫຼືບໍ ເພາະເລື່ອງຂອງຜົ່ນຕອບແທ່ນັ້ນສຳຄັນຫຼາຍ ເມື່ອເຮົາຍ້ອນກັບໄປເບິງຂໍ້ທີ1 ແລ້ວ ເຮົາສ້າງທຸລະກິດໄປ ຖ້າບໍລິສັດນັ້ນມີແຜ່ນການຈ່າຍເງິນຫຼາຍຈົນ Over pay ສຸດທ້າຍກໍຈະບໍມີເງິນປິດຕົວໄປ ຈົນກາຍເປັນແຊ່ລູກໂຊ້ໄປເລີຍ ເພາະສະນັ້ນໃຫ້ເຮົາຈື່ໄວ້ເລີຍວ່າ ບໍລິສັດທີເຮັດທຸລະກິດການຕະຫຼາດແບບເຄື່ອຂ່າຍໃນປັດຈຸບັນ ສ່ວນຫຼາຍຈ່າຍຄ່າຄອມມິດຊັ່ນບໍເກີນ 8-12% ຈະເປັນການຕະຫຼາດຈັກຂໍ້ກໍຕາມ ເມື່ອຄຳນວນແລ້ວ ແທບຈະທຸກບໍລິສັດຈ່າຍກັນປະມ່ານນີ້ທັງນັ້ນ ຖ້າຫາກທ່ານກຳລັງຈະພິຈາລະນາຜ່າແຜ່ນ ທ່ານລ່ອງຄຳນວນເບິງວ່າເມືອຈ່າຍເງິນແລ້ວລວມທັງໝົດອອກມາຈັກເປີເຊັ່ນ ຢ່າໄປເຊື່ອເລື່ອງ 50% ເພາະວ່າມັນເປັນພ່ຽງບ່າງຂໍ້ເທົ່ານັ້ນ ຖ້າບໍລິສັດເຫຼົ່ານັ້ນ ຈ່າຍປະມ່ານນີ້ ບໍລິສັດກໍຈະຢູ່ໄດ້ ແຕ່ກໍມີບາງບໍລິສັດທີຈ່າຍຜົ່ນຕອບແທ່ນສູງ ແລ້ວກໍປິດບໍລິສັດພາຍເວລາທີບໍດົນ.

B: ມີ ກໍເປັນບໍລິສັດທີເປີດໃໝ່ນິແຫຼະ ກໍມີການໂຄສະນາຊວນເຊື່ອ ກໍມີຄົນຈຳນວນຫຼາຍເຂົ້າໄປ ແລະ ລົງເຊື່ອ ຄົນທີເປັນລຸ້ນທຳອິດກໍເຫັ່ນໂອກາດວ່າອາດຈະໄດ້ ແຕ່ໃນສຸດທ້າຍແລ້ວກໍເກີດບັນຫາບໍລິສັດຈ່າຍຫຼາຍເກີນໄປ ຮັບຜິດຊອບພາລະບໍໄວ້ ກໍໃຫ້ເກີດບັນຫາ ມີບໍລິສັດແບບນິຫຼາຍເລີຍແຫຼະ.

A: ອື່ມ….. ມັນກໍຕ້ອງລະມັດລະວັງ ຂ້ອຍເອງກໍເຄີຍມີປະສົບການແບບນິມາກ່ອນ ຂ້ອຍເອງກໍເຄີຍເລືອກຜິດຄືກັນ ແລ້ວພໍຮູ້ໂຕວ່າຕົ້ນເອງເລືອກຜິດ ກັບກາຍເປັນວ່າເຮົາເອງທີ່ໄປຕົວະຍົວະລອກລ່ວງຄົນອື່ນ ແຕ່ວ່າເຮົາພັດບໍໄດ້ມີເຈດຕະນາແບບນັ້ນ ແຕ່ພໍລິສັດປິດ ຄົນທີເຮັດທຸລະກິດຮ່ວມກັນກັບເຮົາ ກໍຄິດວ່າເຮົາເປັນຄົນຜິດ ເຊິງເລື່ອງນີ ເປັນເລື່ອງທີເຮົາຄວນລະມັດລະວັງ

ຫຼັກການຂໍ້ທີ່ 4

ຕ້ອງມີລະບົບທີເຮັດໃຫ້ເຮົາປະສົບຜົ່ນສຳເລັດໄດ້.

ຂໍ້ນີ້ເປັນເລື່ອງທີສຳຄັນທີສຸດ ໃຫ້ເບິງລະບົບ ວ່າລະບົບຂອງຄົນທີມາຊວນເຮົານັ້ນ ວ່າເຂົ້າມີລະບົບທີສາມາດພັດທະນາເຮົາໃນການເຮັດທຸລະກິດການຕະຫຼາດແບບເຄື່ອຂ່າຍບໍ ແລະ ມີລະບົບທີສະໜັບສະໜູນໃຫ້ເຮົາປະສົບຄວາມສຳເລັດງ່າຍຂື້ນຫຼືບໍ ຂ້ອຍເຊື່ອວ່າ ຫຼາຍຄົນຄົ່ງແຍກອອກລະຫວ່າງ ອົງກອນທີບໍມີຫຍັງເລີຍ ມີແຕ່ຄຳໂຄສະນາວ່າແຜ່ນດີທີສຸດ ພໍເຮົາສະໝັກເຂົ້າໄປແລ້ວພັດບໍຮູ້ວ່າຊິສອນຫຍັ່ງ ຖ້າເປັນອົງກອນທີມີລະບົບດີແທ້ໆ ຈະມີລະບົບພັດທະນາຄົນເປັນຂັນເປັນຕອນໃຫ້ເຂົ້າໃຈງ່າຍ (ວິທີສອນຄົນ) ວິທີການສະປ້ອນເຊີຄົນ.

B: ແນ່ນອນມັນຕ້ອງມີສິງທີແຕກຕ່າງ ຂ້ອຍຄິດວ່າທຸລະກິດການຕະຫຼາດແບບເຄື່ອຂ່າຍທີມີອາຍຸຫຼາຍກວ່າ 10ປີ ມີລະບົບໃນສະໄໝ່ນີແຕກຕ່າງຈາກເມື່ອກອນ ຄືລະບົບການຮຽນ-ການສອນໃນສະໄໝ່ກ່ອນເຂົ້າເອີນວ່າເຊັນເຕີ ເປັນໂຮງຮຽນສອນທຸລະກິດ ເຊິງເຮົາຕ້ອງເດີນທາງໄປຮຽນຢູ່ສະຖານແຫ່ງນັ້ນ ບໍມີການນຳໃຊ້ເທັກໂນໂລຢີເຂົ້າມາຊ່ວຍ ເຊິງມີຄົນສອນແລ້ວເຮົາກໍເຂົ້າໄປຮຽນຮູ້ ແລ້ວກໍນຳໄປລົງມືເຮັດ ນັ້ນຄືລະບົບສະໄໝ່ກ່ອນ ແຕ່ປັດຈຸບັນມີລະບົບເທັກໂນໂລຢີເຂົ້າມາຊ່ວຍ ສາມາດຮຽນຮູ້ຜ່ານທາງອອນລາຍແບບ Realtime ແລະ ສາມາດຮຽນຮູ້ຄືນຍ້ອນຫຼັງໄດ້ຜ່ານການບັນທຶກ VDO ເຊິງເຮັດໃຫ້ລະບົບການຮຽນຮູ້ເຕີບໂຕໄວ້ ແລະ ສາມາດສົ່ງຕໍໄດ້ແບບບໍຈຳກັດ.

A: ຖ້າເອົາຕາມຫຼັກການທີ່ຖືກຕ້ອງ ເຮົາຄວນຈະເອົາໄປໃສ່ໃນອອນລາຍ ເພາະວ່າໃນໂລກອອນລາຍກໍເປັນຄົນຄືກັນກັບເຮົານິແຫຼະ ແບບມີໂທລະສັບເຄື່ອງດ່ຽວກໍສາມາດເຂົ້າໄປຮຽນຮູ້ໃນອອນລາຍໄດ້

ເພາະສະນັ້ນເຮົາຈິງສາມາດເຮັດການຕະຫຼາດອອນລາຍ ຊ່ວຍໃຫ້ເຮົາຄົ້ນຫາຜູ້ມຸງຫວັງທີຖືກຕ້ອງ ຄົນທີ່ຕ້ອງການເຮັດທຸລະກິດການຕະຫຼາດແບບເຄື່ອຂ່າຍແລ້ວກໍນຳພາເຂົ້າເຫຼົ່ານັ້ນມາສູ່ລະບົບຂອງເຮົາ ເຈົ້າເອງກໍຕ້ອງກວດສອບໃຫ້ດີ ຖາມຜູ້ສະປ້ອນເຊີຂອງເຮົາ ວ່າເຂົ້າມີລະບົບສອນການເຊີນຄົນມາເບິງໂອກາດທາງທຸລະກິດຫຼືບໍ, ມີລະບົບສະໜັບສະໜຸນໃນການສະປ້ອນເຊີຫຼືບໍ, ມີການບັນຍາຍທຸກອາທິດຫຼືບໍ, ອັບລາຍສາມາດພາຜູ້ສະໝັກໃໝ່ໄປສະປ້ອນເຊີສອນທີ່ມງານໃໝ່ໆໄດ້ຫຼືບໍ ແລ້ວສອນແນວໃດ

ຖ້າທ່ານເອງຍັງບໍຮູ້ ຂໍໃຫ້ທ່ານເບິງວີດີໂອຂອງເຮົາທີສອນຢ່າງລະອຽດບໍວ່າຈະເປັນການເລີ້ມຕົ້ນເຮັດທຸລະກິດ 1 2 3 4 ແນວໃດ ຖ້າຍັງບໍເຄີຍເບິງໃຫ້ຄອມເມັນລົງໄປວ່າ ບໍເຄີຍເບິງວີດີໂອເຫຼົ່ານີ້ ຫຼື ຄິກລິງ ເຮົາຈະພາທ່ານໄປເບິງວິທີການທີເຮັດໃຫ້ນັກທຸລະກິດການຕະຫຼາດແບບເຄື່ອຂ່າຍປະສົບຄວາມສຳເລັດ ຖ້າບໍມີລະບົບທ່ານເອງຈະເຮັດວຽກລຳບາກ ຄືຈະຕ້ອງຮຽນຮູ້ ແລະ ລຸ້ຍເອງເອງ ຈົ່ງຫາທີ່ມທີມີລະບົບທີ່ດີ.

ຫຼັກການຂໍ້ທີ 5

ມີຜູ້ນຳທີ່ດີ

ມັນເປັນເລື່ອງທີສຳຄັນ ທີ່ມທີມາສະປ້ອນເຊີເຮົາຈຳເປັຮຕ້ອງມີຜູ້ຢ່າງນ້ອຍ 1ຄົນຂື້ນໄປ ທີຮູ້ ແລະ ປະສົບຄວາມສຳເລັດມາແລ້ວ ສາມາດສອນໃຫ້ເຮົາຮູ້ ແລະ ສາມາດປະສົບຄວາມສຳເລັດໄດ້.

ໂດຍສ່ວນໂຕແລ້ວເຄີຍມີປະສົບການໃນການເຮັດທຸລະກິດກັບຄົນທີ່ເຂົ້າມາໃໝ່ໆ ມີທັງຄົນຮູ້ ແລະ ຄົນທີບໍເປັນຍັງເລີຍ ຖ້າເປັນແບບນິມັນກໍຈະຫຍາກໃນການເຮັດທຸລະກິດ ຖ້າເປັນແນວນີເຮົາຈະຫາທາງແກ້ໄຂແນວໃດ.

B: ຂ້ອຍກໍເຄີຍມີປະສົບການແບບນິຄືກັນ ຄືແບບວ່າເຮົາເອງກໍບໍຮູ້ຊິສອນເຂົ້າແນວໃດ ແລະ ເລີ້ມຕົ້ນທຸລະກິດແນວໃດ ສຸດທ້າຍກໍເລີກລາກັນໄປທັ້ງຄູ ຖ້າເປັນແບບນິກໍຈົບຖ້າບໍມີວິທີແກ້

A: ວິທີແກ້ນັ້ນມີ ແລະ ກໍງ່າຍ ບໍຈຳເປັນວ່າຜູ້ແນະນຳຈະຕ້ອງເກັງທຸກຄົນ ແຕ່ຢ່າງນ້ອຍຈະຕ້ອງມີ 1 ຄົນທີເກັ່ງໃນສາຍງານ ເພື່ອຊ່ວຍໃຫ້ເຮົາປະສົບຄວາມສຳເລັດໄດ້ ໃຫ້ເບິງຈາກຄົນທີມາສະປ້ອນເຊີເຮົາກ່ອນວ່າເຂົ້າສາມາດຊ່ວຍໃຫ້ເຮົາປະສົບຄວາມສຳເລັດໄດ້ຫຼືບໍ, ສອນໄດ້ຫຼືບໍ, ແນະນຳໄດ້ຫຼືບໍ ແລະ ຕົວທ່ານເອງເມື່ອເຂົ້າໄປຮ່ວມກັບທຸລະກິດ ຈະເຮັດໄດ້ຫຼືບໍ ຖ້າທ່ານຕ້ອງເຮັດວຽກຮ່ວມກັບຄົນເຫຼົ່ານັ້ນ.

ຈາກປະສົບການຖ້າເຮົາເອງບໍມີການຮຽນຮູ້ ແລະ ຜູ້ສະປ້ອນເຊີບໍສາມາດສອນຍັງເຮົາໄດ້ເລີຍ ມັນຈະເພີນໂອກາດໃນການເຮັດທຸລະກິດຍາກຂື້ນ ເພາະເຮົາບໍມີຄວາມຮູ້ທີຈະໄປຕໍ ສ່ວນຫຼາຍຄົນໃໝ່ກໍຈະລົ້ມເລີກຈາກທຸລະກິດໃນ 1-3ປີທຳອິດ ໄປບໍລອດເພາະວ່າມັນຕ້ອງໃຊ້ເວລາຫຼາຍ ແລະ ຕົ້ນທຶ່ນທີມີກໍບໍພ່ຽງພໍ ເຮັດໃຫ້ເຮົາບໍສາມາດໄປຕໍໄດ້.

ເພາະສະນັ້ນຜູ້ນຳຄືບຸຄົນສຳຄັນ ຖ້າເຮົາເຈີຄົນທີ່ເປັນຜູ້ນຳແທ້, ເກັງແທ້ ເປັນຜູ້ຊຽວຊານສະເພາະດ້ານ ພ້ອມທີຈະສອນເຮົາ ໃຫ້ເຮົາຍຶດເອົາຜູ້ນຳເປັນຫຼັກ ແລະ ໃຫ້ເຮົາຖາມຕ້ອນນັ້ນເລີຍ ຖ້າຂ້ອຍມີຄຳຖາມຫຼື ຂໍສົງໄສ່ຫຼັງຈາກເຂົ້າຮ່ວມທຸລະກິິດ ພ້ອມທີ່ຈະສອນຂ້ອຍຫຼືບໍ ເຮົາຕ້ອງໃຫ້ເຂົ້າຮັບປາກ ສ່ວນຫຼາຍແລ້ວຕອນທີ່ເຮົາຫຍັງບໍສະໝັກເຂົ້າຈະເຮັດແນວໃດ.

B: ກໍຊວນໂນມນາວແນວໃດກໍໄດ້ໃຫ້ເຮົາສະໝັກໄວ້ກ່ອນ ແຕ່ພໍສະໝັກແລ້ວກັບເປັນອີກເລື່ອງໜຶງ ຜູ້ແນະນຳທີບໍດີແບບນິ ພໍເຮົາສະໝັກແລ້ວກໍປ່ອຍໃຫ້ເຮົາຫາກິນເອງ ແລ້ວເຂົ້າກໍຫາຄົນໃໝ່.

A: ນິແຫຼະເປັນເລື່ອງທີສຳຄັນ ເພາະວ່າມັນເປັນເລື່ອງຂອງ Mindset ເພາະວ່າທຸລະກິດການຕະຫຼາດແບບເຄື່ອຂ່າຍ ບໍໄດ້ສິນສຸດຕ້ອນທີເຮົາສະໝັກ ແຕ່ມັນຄືຈຸດເລີ້ມຕົ້ນ ຖ້າໃຜຄິດວ່າທຸລະກິດການຕະຫຼາດແບບເຄື່ອຊວນຄົນມາສະໝັກໄດ້ແລ້ວຈົບ ມັນເປັນວິທີການທີ່ຜິດ ເປັນ Mindset ທີຜິດທີສຸດ ຖ້າເປັນແບ່ບນັ້ນອົງກອນລົ້ມແນ່ນອນ.

ທຸລະກິດການຕະຫຼາດແບບເຄື່ອຂ່າຍເລີ້ມຕົ້ນເມື່ອເຮົາເລີ້ມ Sponsor ຄົນ ແລ້ວຄົນໆນັ້ນຍຕັດສິນໃຈເຂົ້າຮ່ວມທຸລະກິດກັບເຮົາ ນັ້ນໝາຍຄວາມວ່າ “ເຮົາໄດ້ໃຫ້ຄຳໝັ້ນສັນຍາວ່າຈະສອນເຂົ້າທຸກຢ່າງ ທີຈະຊ່ວຍໃຫ້ເຂົ້າ ເຂົ້າໃຈທຸລະກິດ, ສິນຄ້າ, ແຜນລາຍໄດ້, ວິທີການສະໝັກ, ວິທີການສະປ້ອນເຊີຄົນ, ວິທີຂະຫຍ້າຍອົງກອນ” ເຮົາຕ້ອງພ້ອມສອນສິງທີຈຳເປັນເພື່ອໃຫ້ເຂົ້າປະສົບຜົ່ນສຳເລັດ ຖ້າເຮົາຍັງບໍພ້ອມແລ້ວຖ້າເຂົ້າມາສະໝັກກໍເທົ່າກັບວ່າເຮົາໄປຕົວະເອົາເງິນເຂົ້າ.

B: ແລ້ວເຮົາຈະເຮັດແນວໃດ ຖ້າຕ້ອງສະໝັກຄົນອື່ນທັງໆ ທີເຮົາຍັງບໍພ້ອມ.

A: ໃຫ້ຖາມວ່າມີອັບລາຍສູງຂື້ນໄປອີກລະດັບຫຼືບໍ ຂ້ອຍສະໝັກກັບເຈົ້າກໍເພາະວ່າເຊື່ອໃຈ ຮຽນມານຳກັນ, ເຮັດວຽກນຳກັນ ເປັນໝູຮັກກັນເຊື່ອເຈົ້າບໍຕົວະຂ້ອຍແນ່ນອນ ແຕ່ເຮົາສອງຄົນບໍມີໃຜຮູ້ຈັກທັງຄູ່ ຄົນທີຊວນເຈົ້າແມ່ນໃຜ ພາຂ້ອຍໄປຮູ້ຈັກ ແລ້ວຂ້ອຍຈະເຖີງວິທີການເຮັດທຸລະກິດ.

ໃຜທີເປັນຜູ້ສະປອນເຊີ ສິງຄວນຈືໄວ້ກໍຄື ເຈົ້າຈະຕ້ອງເຮັດໜ້າທີໃນການແນະນຳອັບລາຍສູງຂື້ນໄປອີກ 3-5 ລະດັບຊັ່ນໃຫ້ທີ່ມງານຄົນໃໝ່ຮູ້ຈັກ ພ້ອມກັບຂໍ້ມູນຕິດຕໍ ເພາະທຸລະກິດການຕະຫຼາດແບບເຄື່ອຂ່າຍຄື: ທຸລະກິດທີຄົນມາກ່ອນພ້ອມທີ່ຈະຊ່ວຍຄົນມາທີ່ຫຼັງ ແຕ່ຖ້າບໍມີໃຜສາມາດຊ່ວຍເຈົ້າໃດ ນັ້ນສະແດ່ງວ່າເຈົ້າກຳລັງເຮັດຜິດອົງກອນແລ້ວ ເພາະສະນັ້ນການເລືອກອົງກອນເປັນສິງທີສຳຄັນທີສຸດ

B: ມັນເປັນສິງທີຈະບົງບອກເລີຍວ່າ ເຮົາຈະສຳເລັດ ຫຼື ຫຼົ້ມເຫຼວ ຖ້າຜູ້ນຳດີເຂົ້າກໍຈະພາເຮົາໄປສູ່ຄວາມສຳເລັດ.

ຖ້າເນື່ອຫານີມີປະໂຫຍດກັບທ່ານ ເຮົາຢາກຮູ້ວ່າທ່ານມີຄວາມຄິດເຫັ່ນແນວໃດ?

ຂຽນຄວາມຄິດເຫັ່ນຂອງທ່ານລົງດ່ານລຸ້ມນິເລີຍ

ທ່ານສາມາດຊ່ວຍເພີ່ມຄຸນຄ່າຂອງທ່ານດ້ວຍການແຊ່ບົດຄວາມນິອອກໄປຫຼາຍໆ ແດ່ຄວາມສຳເລັດໃນໂລກອອນລາຍຂອງທ່ານ

By admin

Leave a Reply

Your email address will not be published. Required fields are marked *