1,062 Views ປະຫວັດທຸລະກິດການຕະຫຼາດແບບເຄືອຂ່າຍເກີດຂື້ນມາແຕ່ຕອນໃດ ມີປະຫວັດທີບໍຊັດເຈນ ແຕ່ຖ້າຍ້ອນເວລາກັບໄປປະມ່ານ 1950 ກວ່າ ມີບໍລິສັດທີເກີດຂື້ນມາແລ້ວ ແລະ ໃຊ້ລະບົບເຮັດການຕະຫຼາດ ທີຕັດສິນໃຈເຮັດບໍແມ່ນດາລາ ຫຼື ຈ້າງຄົນດັ່ງມາເຮັດໂຄສະນາ ແຕ່ຕັດສິນໃຈວ່າໃຫ້ລູກຄ້າ ມາສະໝັກເປັນຫຸ້ນສ່ວນ, ມາສະໝັກເປັນຜູ້ຈຳໜ່າຍ ແລ້ວລູກຄ້າໄປແນະນຳ ໃຫ້ລູກຄ້າມາຊື້ສິນຄ້າຕໍຈາກໂຕເອງໄດ້ ຫຼື ຊື້ຈາກບໍລິສັດເອງ, ບໍລິສັດຈະມອບຄ່າແນະນຳໃຫ້ເປັນຄ່າຄອມມິດຊັ່ນ ແລະ ລູກຄ້າທີປ່ຽນມາເປັນນັກທຸລະກິດນັ້ນ ສອນໃຫ້ຄົນອື່ນສາມາດເຮັດໄດ້ຄືກັບໂຕເອງ ບໍລິສັດກໍຈະຈ່າຍໃຫ້ລາວເພີ່ມຂື້ນໄປອີກ. ມີການພັດທະນາຮູບແບບຂາຍຕົງທຳມະດາຊັ່ນດ່ຽວ ທີສະໝັກສະມາຊິກກໍສາມາດຊື້ສິນຄ້າໃນລາຄາຕົ້ນທຶ່ນແລ້ວເອົາໄປຂາຍຕໍສ້າງກຳໄລ່, ສ່ວນຕ່າງ, ມາພັດທະນາເປັນສະໝັກເພື່ອຮັບສິນຄ້າ ຫຼື ເພື່ອຈຳໜ່າຍກໍໄດ້ ຫຼື ຈະໄປແນະນຳຄົນອື່ນ ມາເຂົ້າຮ່ວມທຸລະກິດ ແລ້ວມາຮຽນຮູ້ເພື່ອຂະຫຍ້າຍອົງກອນຕໍໄປກໍໄດ້. ນັ້ນແຫຼະຄືຄວາມແຕກຕ່າງຂອງທຸລະກິດການຕະຫຼາດແບບເຄືອຂ່າຍ ກັບທຸລະກິດຂາຍຕົງ ເພາະສະນັ້ນ ຖ້າໃຫ້ສະຫຼຸບສັ່ນໆກໍຄື ທຸລະກິດການຕະຫຼາດແບບເຄືອຂ່າຍ ພັດທະນາມາຈາກທຸລະກິດຂາຍຕົງ ແຕ່ມີການພັດທະນາເພື່ອຄວາມຈະເລີນເຕີບໂຕຂອງທຸລະກິດໄດ້ດີກວ່າ, ຫຼາຍກວ່າ ແລະ ມີການເພີ່ມແຜ່ນການຈ່າຍຜົ່ນຕອບແທ່ນ ທີເຮັດໃຫ້ເກີດການຮັບລາຍໄດ້ ຈາກຜົ່ນລັບທີ່ສ້າງອົງກອນເລິກລົງໄປຫຼາຍໆຊັ່ນ. ເພາະສະນັ້ນທຸລະກິດການຕະຫຼາດແບບເຄືອຂ່າຍຈຶງໄດ້ຊື່ວ່າ MLM ນັ້ນເອງ, ເພາະຄຳວ່າ MLM ຫຍໍ້ມາຈາກ Multi-Level Marketing (Multi: ແປວ່າ ຫຼາຍ, Level: ແປວ່າຊັ່ນ, Marketing: ແປວ່າການຕະຫຼາດ) ຖ້າແປເປັນພາສາລາວກໍຄື Multi-Level Marketing ແປເປັນລາວກໍຄື ການຕະຫຼາດແບບຫຼາຍໆຊັ່ນ ນັ້ນເອງ. Multi-Level Marketing ການຕະຫຼາດທີຈ່າຍຫຼາຍໆຊັ່ນ, ຫຼາຍໆລຸ້ນ ຖ້າເຮົາສ້າງອົງກອນໄດ້ຫຼາຍໆ ໂອກາດໃນການສ້າງຜົ່ນຕຈອບແທ່ນກໍສູງຂື້ນ ເພາະສະນັ້ນ ເມື່ອທ່ານຮູ້ແລ້ວວ່າ ທ່ານກຳລັງຫາທຸລະກິດການຕະຫຼາດແບບເຄືອຂ່າຍເຮັດ ຕັດສິນໃຈວ່າຈະເຂົ້າຮ່ວມ ຫຼື ຕອນນີກຳລັງເຮັດຢູ່. ຂ້ອຍເອງເຊື່ອວ່າທຸກໆທ່ານກຳລັງເຈີບັນຫາ ຫຼື ກຳລັງມີບັນຫາແນ່ນອນ ບັນຫາໃຫຍ່ທີສຸດຂອງຄົນທີເຮັດທຸລະກິດການຕະຫຼາດແບບເຄື່ອຂ່າຍ, ໄປຕໍບໍໄດ້, ເຮັດແລ້ວແຕ່ບໍປະສົບຜົ່ນສຳເລັດ ຖ້າໃຫ້ເຮົາຮວບຮ່ວມບັນຫາເຊື່ອວ່າມີເປັນສິບເປັນຮອຍຂໍ້ ແຕ່ວ່າມືນິ ເຮົາມີຕົວຢ່າງໃຫ້ທ່ານໄດ້ອ່ານເບິງ ແລະ ເຮົາຈະວິເຄາະບັນຫາຜູ້ຄົນຈຳນວນຫຼາຍເຈີະ ໃນການເຮັດທຸລະກິດການຕະຫຼາດແບບເຄືອຂ່າຍ. ບັນຫາໃນການເຮັດທຸລະກິດການຕະຫຼາດແບບເຄືອຂ່າຍ. ບັນຫາ ແລະ ຄວາມທ້າທ້າຍ, ຂອງຜູ້ທີເຮັດທຸລະກິດການຕະຫຼາດແບບເຄືອຂ່າຍ ຢ່າງນ້ອຍມີໜຶ່ງໃນ 15 ຂໍ້ ຖ້ານີເປັນບັນຫາຂອງທ່ານ ກະລຸນາພີ່ມຄອມເມັນມາເລີຍວ່າ ແມ່ນຫຍັງຄືບັນຫາຂອງທ່ານ. ມີຄົນມາຊວນ ແຕ່ບໍມີທຶ່ນ ລົ່ງທຶ່ນແລ້ວແຕ່ບໍໄດ້ຜົ່ນລັບຫຍັງເລີຍ ບໍຮູ້ວ່າຈະເຮັດແນວໃດ ບໍຮູ້ວ່າຈະຊວນຄົນແນວໃດ ຊວນຄົນບໍເປັນ ເຂົ້າສອນໃຫ້ຂາຍສິນຄ້າ, ຂາຍບໍໄດ້, ຂາຍບໍເປັນ. ແນະນຳຄົນແຕ່ບໍມີໃຜ້ສົນໃຈ ໂທຊວນຄົນມາເຮັດທຸລະກິດ ແຕ່ກໍບໍມີຄົນເຊື່ອຖື ຊວນຄົນມາເບິງໂອກາດທາງທຸລະກິດ ແຕ່ເຂົ້າກໍລັງເລ ບໍຮູ້ຈະເຮັດແນວໃດຕໍໃຫ້ເຂົ້າຢາກສະໝັກກັບເຮົາ ສະປ້ອນເຊີຄົນມາໃດ ແຕ່ບໍຮູ້ຈະສອນແນວໃດໃຫ້ເຂົ້າເກີດຜົນລັບ, ໃຫ້ມີລາຍໄດ້. ສ້າງລາຍຊື່ຈາກອອນລາຍ, ຈ່າຍເງິນຊື້ໂຄສະນາ, ລົງທຶ່ນຕໍທຸກເດືອນແຕ່ກໍບໍປະສົບຜົ່ນສຳເລັດ ໂທຫາຄົນ 50ຄົນ, 100ຄົນ ແຕ່ກໍບໍໄດ້ຜົ່ນລັບ. ຈັດການສຳມະນາ, ຢູ່ບ້ານ, ໂຮງແຮມ ແຕ່ໄດ້ຜົ່ນລັບບໍຄຸ້ມຄ່າເລີຍ ເດີນທາງໄປສະປ້ອນເຊີໄປເປັນ 100 ກມ ແຕ່ສຸດທ້າຍໄດ້ຄຳຕອບ ຂໍຄິດເບິງກ່ອນ. ການໂທຫາລາຍຊື່ທີ່ບໍມີຄຸນນະພາບ ແລະ ຄົນບໍສົນໃຈ. ແລະບັນຫາອີກຫຼາຍໆຢ່າງ. 1.1. ບັນຫາຂາດລາຍຊື່. ການຂາດລາຍຊື່ເປັນບັນຫາຫຼັກໆ ທີຄົນສ່ວນຫຼາຍເຈີ ແລະ ຂ້ອຍເອງກໍເຈີຄືກັນ ກໍຄືຕອນຂ້ອຍເຂົ້າໄປສະໝັກເປັນສະມາຊິກເຮັດທຸລະກິດການຕະຫຼາດແບບເຄື່ອຂ່າຍ ກໍຈະໄດ້ຮັບການສອນ ແຕ່ຂ້ອຍບໍໄດ້ຮັບການສອນວ່າ ທຸລະກິດການຕະຫຼາດແບບເຄື່ອຂ່າຍແມ່ນຫຍັ່ງ ຂ້ອຍໄດ້ຮັບການສອນປະມ່ານວ່າ: “ເອົາປື້ມມາ, ເອົາບິກມາ ແລ້ວຂຽນລາຍຊື່ຄົນທີເຈົ້າຮູ້ຈັກໃຫ້ຫຼາຍທີສຸດ” ແລ້ວກໍຂຽນສະຄິບເພື່ອໂທຊວນຄົນໃນລາຍຊື່ ເຮົາຈະມີລາຍຊື່ ຍາດຕິພີນ້ອງ, ໝູ່ເພື່ອນ ຂຽນລາຍຊື່ໄດ້ປະມ່ານ 100-200 ຄົນ ຫຼັງຈາກນັ້ນເຮົາກໍຈະໂທໄປຊວນຄົນເຫຼົ່ານັ້ນມາເບິງໂອກາດທາງທຸລະກິດກັບເຮົາ ສຸດທ້າຍເມື່ອເຮົາຂຽນລາຍຊື່ມາແລ້ວ, ໂທໄປແລ້ວ ແຕ່ວ່າເຮົາບໍມີທັກສະໃນການໂທທີຖືກຕ້ອງ, ເຮົາເຊີນຄົນບໍເປັນ, ເຮົາລ່ອງຄິດວ່າ ເຮົາໂທໄປແລ້ວຈະໄດ້ຜົ່ນບໍ? ແນ່ນອນບໍມີທາງທີ່ຈະໄດ້ຜົ່ນ, ເຖີງແມ່ນໄດ້ຜົ່ນ ກໍຈະໄດ້ຜົ່ນນ້ອຍ ຖ້າໄດ້ຜົ່ນລັບນັ້ນກໍເພາະວ່າ ຄົນທີເຮົາໂທໄປເຂົ້າຮັກເຮົາ, ເຂົ້າເຊື່ອໝັ້ນໃນໂຕເຮົາ ແລະ ເຂົ້າຢາກສະໜັບສະໜູນເຮົາ ສ່ວນຫຼາຍແລ້ວເຮົາຈະຂາຍໄດ້ ຫຼື ຊວນໄດ້ກັບລຄົນທີເຂົ້າຮັກເຮົານັ້ນແຫຼະ ສ່ວນຄົນທີເປັນໝູ່ຫ່າງໆ ຫຼື ຍາດຕິພີນ້ອງແບບຫ່າງໆ ໂອກາດທີເຮົາຈະຊວນເຂົ້າແມ່ນມີໂອກາດຢາກ ເຊິງໃນຄວາມເປັນຈິງແລ້ວມັນບໍໄດ້ຊວນກັນໄດ້ງ່າຍໆ ໃຫ້ມາລົ່ງທຶ່ນຫຼັກພັນ, ຫຼັກໝື້ນ ຫຼື ຫຼັກແສນ. ຫຼັງຈາກທີເຮົາໂທລາຍຊື່ຄົນທີເຮົາຮູ້ຈັກເບີດແລ້ວ ເຮົາຈະເຮັດແນວໃດ ເຫັ່ນບໍວ່າເລີ້ມມີອາການຂາດລາຍຊື່ ເມື່ອລາຍຊື່ເບີດແລ້ວ ທາງອົງກອນກໍມັກຈະບອກວ່າ ເອົາແບບນິໄປຊື້ລາຍຊື່ມາ ເຊິງຕອນນັ້ນລາຍຊື່ລະປະມ່ານ 5,000 – 10,000 ກີບ ຫຼື ເອົາເງິນໄປຍິງໂຄສະນາຫາລາຍຊື່ທາງອອນລາຍ ແຕ່ຜົ່ນລັບທີໄດ້ກໍບໍຄ່ອຍຈະດີ ທັກສະຕ່າງໆໃນຕອນນັ້ນກໍຍັງມີບໍລາຍ ແຕ່ຂ້ອຍກໍຊື້ ແລະ ລົງໂຄສະນາ ຈາກນັ້ນໄດ້ລາຍຊື່ແລ້ວກໍໂທ. ໂທໄປກໍເຈີສາລະພັດ ສະບາຍດີຂ້ອຍຊື່ວຽງໄຊ ໂທມາເພື່ອທີຈະໂອລົມໃຫ້ຂໍ້ມູນໃນເລື່ອງທີເຈົ້າໄດ້ຂຽນຂໍ້ມູນເຂົ້າມາ ສົນໃຈເລື່ອງທຸລະກິດ ໂທໄປບາງຄັ້ງກໍເຈີ ອ້າຍຈົວ, ຄູບາ, ເດັກນ້ອຍ ເຊິງເປັນລາຍຊື່ທີບໍມີຄຸນນະພາບ. 1.2. ບັນຫາການຂາດລາຍໄດ້. ຂ້ອຍເຈີບັນຫາການຂາດລາຍຊື່ ເພາະຂາດລາຍຊື່ຈິງມີບັນຫາໃຫຍ່ຕາມມາອີກບັນຫາໜຶ່ງນັ້ນກໍຄື ການຂາດລາຍໄດ້ ເພາະເຮົາບໍມີຄົນໃຫ້ເວົ້າເລື່ອງລາວຂອງທຸລະກິດ, ບໍມີຄົນໃຫ້ນຳສະເໜີໂອກາດທາງທຸລະກິດ ຫຼື ສິນຄ້າ ເຮົາກໍຈະຂາຍບໍໄດ້ ບໍມີລາຍໄດ້ ຫຼື ບໍມີແມ່ນແຕ່ຄ່າຄອມມິດຊັ່ນເຂົ້າບັນຊີ. ທ້າຍເດືອນກໍຕ້ອງຈ່າຍຄ່າຮັກສາຍອດຖືກຕ້ອງແມ່ນບໍ? ທຸລະກິດການຕະຫຼາດແບບເຄື່ອຂ່າຍສ່ວນຫຼາຍກໍມັກຈະຈົ່ມລົງໄປ, ຈົ່ມລົງໄປ ຈົ່ມລົງໄປເລື່ອງໆ ແລະ ອົງກອນກໍມັກຈະສອນແຕ່ວິທີການແບບເກົ່າໆ ເຊັ່ນ: ອອກໄປສົນທະນາກັບຄົນຕາມທ່ອງຖະໜົ້ນ, ອອກໄປແຈກໂບຊົວ, ແຜ່ນພັບ ຫຼື ອອກໄປຕັ້ງເຕັນ, ອອກບູດ ເຮັດທຸກວິທີທາງແລ້ວ ແຕ່ຜົ່ນລັບກໍບໍໄດ້ຊ່ວຍໃຫ້ຍັງດີຂື້ນເລີຍ. ແຕ່ມືນີ້ເຮົາຈະມາເວົ້າເລື່ອງການຕະຫຼາດອອນລາຍ ຂ້ອຍຂໍອະທິບາຍໃຫ້ເຂົ້າໃຈກ່ອນວ່າ ທຸລະກິດການຕະຫຼາດແບ່ບເຄື່ອຂ່າຍ ແມ່ນຫຍັງ? ແຫຼະໃນຕອນນີ້ທ່ານກໍຈະຮູ້ໃນລະດັບໜຶ່ງແລ້ວ ວ່າມັນຄືທຸລະກິດທີພັດທະນາມາຈາກການຂາຍຕົງ ແລະ ມັນຄືທຸລະກິດທີຈ່າຍຜົ່ນຕອບແທ່ນແບບຫຼາຍໆຊັ່ນ ແລະ ມີທັງຄົນດີ ແລະ ຄົນບໍດີຢູ່ໃນນັ້ນ. ເຂົ້າໃຈທຸລະກິດການຕະຫຼາດແບບເຄື່ອຂ່າຍ. ຄົນທີເຂົ້າໃຈວ່າທຸລະກິດການຕະຫຼາດແບບເຄື່ອຂ່າຍ ຄື ທຸລະກິດຂາຍຕົງ ເຂົ້າຈະໂຟກັດໄປໃນເລື່ອງຂອງການຂາຍ ຊືຶ່ມັນກໍບອກແລ້ວວ່າ “ຂາຍຕົງ” ແລ້ວຖ້າທຸລະກິດການຕະຫຼາດແບບເຄື່ອຂ່າຍ ບໍລິສັດໃດໜັກໆ ໄປໃນເລື່ອງຂອງການຂາຍ ອົງກອນນັ້ນຈະມີບັນຫາ ເພາະຄ່າສະເລຍຂອງຄົນໃນໂລກນີ ຈະມີຄົນມັກການຂາຍພ່ຽງແຄ່ 15% ສ່ວນຄົນອີກ 85% ບໍມັກການຂາຍ, ບໍມັກການຖືກຂາຍ. ຖ້າຫາກເຮົາສ້າງອົງກອນທຸລະກິດການຕະຫຼາດແບບເຄື່ອຂ່າຍ ແລ້ວມັນພົວພັນກັບການຂາຍຕະຫຼອດເວລາ ແມ່ນແຕ່ບໍລິສັດຈະມີຍອດຂາຍສ່ວນຕົວ ຫຼື ອາດຈະມີແບບ ພວກເຮົາອອກໄປໂທເພືອປິດການຂາຍ, ເຮົາຕ້ອງຂາຍ ຖ້າເປັນແບບນັ້ນ ຂ້ອຍບໍສົ່ງໃສ່ເລີຍວ່າ ເປັນຫຍັງຄົນສ່ວນຫຼາຍຈິງຕາຍໄປຈາກທຸລະກິດໄວ້ ບ່າງຄົນສະໝັກປຸບ ຍັງບໍທັນເອົາສິນຄ້າເລີຍ ກໍລົ້ມເລີກຈາກທຸລະກິດແລ້ວ, ບາງຄົນໄດ້ຍິນຄຳວ່າຂາຍກໍກັບບ້ານເລີຍ ເພາະຄົນສ່ວນຫຼາຍບໍມັກການຂາຍ, ຫຼາຍຄົນຢ້ານທີຈະອອກໄປຂາຍ. ບັນຫາໃຫຍ່ທີຄົນສ່ວນຫຼາຍບໍເຂົ້າໃຈ ທຸລະກິດການຕະຫຼາດແບບເຄື່ອຂ່າຍ ຈະບໍສາມາດມັ່ງຄັ່ງລຳລວຍໄດ້ ຈາກການໂຟກັດການຂາຍ ຈົງຈື່ໄວ້ເລີຍວ່າ ຖ້າເຈົ້າເປັນຄົນໜຶ່ງທີໂຟກັດທີ່ຈະຂາຍສິນຄ້າ ເຮົາຈະຂາຍໃຫ້ໃຜດີ ດ່ຽວເຮົາກະໄດ້ຂາຍ 1ລາຍການ, 2 ລາຍການ ເຈົ້າຈະບໍມີທາງມັ່ງຄັ່ງລຳລວຍໄດ້ຈາກການຂາຍ ແຕ່ເຈົ້າຈະຢູ່ໄດ້ແບບລາຍເດືອນເທົ່ານັ້ນ ຕໍໃຫ້ເຈົ້າຂາຍໄດ້ເດືອນລະເປັນໝືນ, ເປັນແສນ ເຈົ້າກໍຈະຢູ່ໄດ້ແຄ່ນັ້ນ. ຖ້າຫາກເຮົາຢາກຈະປະສົບຄວາມສຳເລັດໃນທຸລະກິດການຕະຫຼາດແບບເຄື່ອຂ່າຍ ເຮົາຕ້ອງໂຟກັດໃນການຂະຫຍ້າຍອົງກອນ ຂະຫຍ້າຍອົງກອນແຫ່ງຄວາມສຳເລັດ ແລ້ວການຂາຍກໍເປັນສ່ວນໜຶ່ງເລັກໆນ້ອຍໆ ໃນກົນລະຍຸດ ໃນການສ້າງທຸລະກິດການຕະຫຼາດແບ່ບເຄື່ອຂ່າຍເທົ່ານັ້ນ. ໃນທຸລະກິດການຕະຫຼາດແບບເຄື່ອຂ່າຍທີສຳຄັນທີສຸດ ບໍແມ່ນການຂາຍ ແຕ່ມັນຄືການຂະຫຍ້າຍ ແລ້ວຄຳຈຳກັດຄວາມຂອງການຂະຫຍ້າຍອົ່ງກອນໃຫ້ປະສົບຜົ່ນສຳເລັດນັ້ນ ຂ້ອຍໄດ້ສະຫຼຸບອອກມາເປັນຄຳ ຄຳດ່ຽວເທົ່ານັ້ນ ແລ້ວຖ້າທ່ານເຂົ້າໃຈຄຳນີ ແລ້ວທ່ານພັດທະນາຕົວເອງໃຫ້ເປັນຄຳຄຳໆນີ້ໄດ້ ທ່ານຈະສາມາດຂະຫຍ້າຍອົງກອນໃຫ້ມີລາຍໄດ້ 7-8 ຫຼັກຕໍເດືອນພາຍໃນປີທຳອິດ ຄຳນັ້ນກໍຄືຄຳວ່າ “ສະປ້ອນເຊີ” ຫຼືຖ້າແປເປັນພາສາລາວກໍຄື “ການອຸປະທຳ” ນັກທຸລະກິດໃໝ່ທີສະໝັກເຂົ້າຮ່ວມທຸລະກິດການຕະຫຼາດແບ່ບເຄື່ອຂ່າຍ ປ່ຽບຄືກັນກັບເດັກນ້ອຍ ທີຫາກໍເກີດຈາກທ້ອງແມ່ ເພາະສະນັ້ນການສະປ້ອນເຊີທີ່ດີ ຈະຕ້ອງເປັນຄົນເຮັດໜ້າທີ່ “ເປັນທັງພໍ ແລະ ແມ່ໃຫ້ກັບນັກທຸລະກິດການຕະຫຼາດແບບເຄື່ອຂ່າຍ” ທີ່ເປັນນັກທຸລະກິດໃໝ່. ແຕ່ຜູ້ສະປ້ອນເຊີ (ອັບລາຍ Upline) ທີ່ດີແບບນີ້ຫາຍາກ ເພາະຜູ້ສະປ້ອນເຊີເອງບາງຄັ້ງກໍຍັງບໍເຂົ້າໃຈທຸລະກິດ ມາຮອດສ່ວນຫຼາຍກໍມັກຈະໃຫ້ລິດລາຍຊື່ ຂາຍສິນຄ້າເລີຍ ນັ້ນເປັນຂັ້ນຕອນທີຜິດ ມືທຳອິດທີເຮົາພາທີ່ມງານໃໝ່ມາຟັງຂໍ້ມູນ ແລ້ວອະທິບາຍວ່າ ທຸລະກິດການຕະຫຼາດແບບເຄື່ອຂ່າຍແມ່ນຫຍັງ ເຂົ້າຈະບໍປະສົບຜົ່ນສຳເລັດຈາກການເປັນນັກຂາຍເປັນຫຼັກ ແຕ່ເຂົ້າຈະປະສົບຜົ່ນສຳເລັດໃນທຸລະກິດນີຈາກການຂະຫຍ້າຍ ເຂົ້າຈະໄດ້ຮຽນຮູ້ຈາກເຮົາເຖີງວິທີການອຸປະທຳຄົນອື່ນ. ທຸລະກິດຂາຍຕົງ ໃຫ້ຄິດເຖີງວິທີການຂາຍເຫຼົ່ານີ້: ສາວມິສທິນ, ສາວເອວອນ, ທັບເປີແວ, ປະກັນຊີວິດ, TV Direct ຮ່ວມໄປເຖີງການຂາຍສິນຄ້າຜ່ານທາງໄປສະນີ ໂດຍສະເພາະປະກັນຊີວິດ ເປັນການຂາຍແບບຕົງໆ ບໍມີອ້ອມເລີຍ ມາຮອດກໍເຄາະປະຕູເຮືອນ ແລ້ວນຳສະເໜີການຂາຍ ເອົາສິນຄ້າມາໃຫ້. ແຕ່ທຸລະກິດການຕະຫຼາດແບບເຄື່ອຂ່າຍບໍແມ່ນແບ່ບນັ້ນ ເວລາເຮົາສົນທະນາກັບຜູ້ມຸງຫວັງ ເຮົາຈະບໍເວົ້າເຖີງເລື່ອງຂອງສິນຄ້າກ່ອນ ແລະ ເຮົາກໍຈະບໍຂາຍກ່ອນ ຖ້າເຮົາພະຍາຍາມຂາຍສິນຄ້າໃຫ້ກັບຜູ້ມຸງຫວັງກ່ອນ ແນ່ນອນຜົ່ນລັບທີໄດ້ ເຂົ້າກໍຈະປະຕິເສດທັນທີ່ ເພາະວ່າຄົນສ່ວນຫຼາຍບໍມັກການຖືກຂາຍ ແຕ່ຄົນສ່ວນມັກຊື້ ເມື່ອມີເງິນ ເຮົາຕ້ອງເຂົ້າໃຈໃນກົດຂໍ້ນີກ່ອນ ຖ້າຢາກຈະຂາຍສິນຄ້າປະເພດໃດກໍຕາມແລ້ວປະສົບຄວາມສຳເລັດ. ເພາະສະນັ້ນເມື່ອເຮົາເຂົ້າໃຈ ກົດທີຊົ່ງພະລັງທີສຸດຂອງໂລກ ວ່າຄົນສ່ວນຫຼາຍບໍມັກການຖືກຂາຍ ຂ້ອຍເຊື່ອວ່າຫຼາຍຄົນທີ່ອ່ານບົດຄວາມໃນຕອນນີ້ກໍຄົງຈະບໍມັກການຖືກຂາຍຄືກັນ, ຫຼາຍຄົນຮູ້ສຶກອຶດອັດ ເມື່ອມີຄົນມາພະຍາຍາມຂາຍປະກັນໃຫ້ເຮົາ, ເຮົາຈະຮູ້ສຶກອຶດອັດເມື່ອເຮົາໄປນັ່ງຮ້ານອາຫານ ຫຼື ສະຖານທີ່ສາທາລະນະ ແລ້ວກໍມີຄົນພະຍາຍາມຂາຍສິນຄ້າບາງຢ່າງໃຫ້ເຮົາ ເຊື່ອວ່າຫຼາຍຄົນກໍຮູ້ສຶກລຳຄານ ແຕ່ພໍເວລາເຮົາມີເງິນ ເຮົາກໍຈະເປັນຄົນມັກຊື້ ເພາະສະນັ້ນ ຖ້າຫາກທ່ານຢາກຈະປະສົບຜົ່ນສຳເລັດໃນທຸລະກິດການຕະຫຼາດແບ່ບເຄື່ອຂ່າຍ ເຮົາຈະຕ້ອງເຂົ້າໃຈທຳມະຊາດຂອງມະນຸດ ແລະ ຖ້າເຮົາເຂົ້າທຳມະຊາດຂອງມະນຸດໄດ້ເປັນຢ່າງດີ ເຮົາຈະຕ້ອງຮຽນຮູ້ວິທີການເຮັດການຕະຫຼາດທີຖືກຕ້ອງ. ເພາະສະນັ້ນຄຳວ່າ “ການຕະຫຼາດ” ມັນບໍແມ່ນການຂາຍ ການຂາຍທີ່ດີ ຈະນໍາຍອດຂາຍທີ່ດີມາໃຫ້ ແຕ່ການຕະຫຼາດທີດີ່ຈະນໍາຍອດຂາຍແບບຖະລົມຖະລາຍມາໃຫ້. ການຕະຫຼາດແບ່ບເຄື່ອຂ່າຍ. ທຸລະກິດການຕະຫຼາດແບ່ບເຄື່ອຂ່າຍມີຊື່ພາສາອັງກິດວ່າ: Network Marketing, Multi-Level Marketing ແປ່ເປັນພາສາລາວກໍຄື ການຕະຫຼາດແບ່ບຫຼາຍຊັ່ນ ຫຼື ການຕະຫຼາດແບ່ບເຄື່ອຂ່າຍ ແລະ ທີ່ແນ່ນອນບໍເຄີຍມີຄົນເວົ້າເລີຍວ່າ Network selling ຫຼື Multi-Level selling ເຊິງເຮັດໃຫ້ຫຼາຍໆຄົນເຂົ້າໃຈຜິດ ແລ້ວຖ້າທ່ານກຳລັງເຮັດທຸລະກິດການຕະຫຼາດແບ່ບເຄື່ອຂ່າຍ ແຕ່ທ່ານຍັງໂຟກັດໄປທີການຂາຍໃຫ້ຢຸດໂຟກັດຕ້ອນນີ້ເລີຍ ສິງທີເຮົາຄວນໂຟກັດກໍຄື ໂຟກັດການຂະຫຍ້າຍ ຖ້າຍັງໂຟກັດໄປທີການຂາຍເຈົ້າຈະລົ່ງທາງໄປຕະຫຼອດຊີວິດ. ຂ້ອຍເຄີຍເຫັ່ນຄົນທີເຮັດທຸລະກິດການຕະຫຼາດແບບເຄື່ອຂ່າຍ ທີໂຟກັດການຂາຍ 10ປີ, 15ປີ ແຕ່ກະຍັງຢູ່ບ່ອນເກົ່າ ເຮັດບໍໄປຮອດໃສ່ ຄົນເຫຼົ່ານີພໍໃຈກັບການຂາຍ ຂາຍຍ່ອຍເທື່ອລະລາຍການ, 2ລາຍການ ແຕ່ກົງກັນຂ້າມຂ້ອຍກໍເຫັ່ນຄົນທີສ້າງທີ່ມຂະຫຍ້າຍອົງກອນ ກັບມີຊີວິດທີປ່ຽນແປງແບບຄົນລະຄົນ, ມີເຮືອນໃໝ່, ມີລົດໃໝ່ ມີອິດສະຫຼະທາງດ້ານເວລາ ແລະ ການເງິນ ນັ້ນກໍເພາະວ່າ ພວກເຂົ້າເປີດໃຈຮັບຟັງວິທີການໃໝ່ໆ ທີຖືກຕ້ອງ ເພາະສະນັ້ນໃນຕອນນີ້ທຸກທ່ານກໍຄົງຈະຮູ້ແລ້ວວ່າ ທຸລະກິດການຕະຫຼາດແບບເຄື່ອຂ່າຍແມ່ນຫຍັງ ທຸກລະກິດການຕະຫຼາດແບບເຄືອຂ່າຍ ຫຼື ທຸລະກິດທີຈ່າຍແບບຫຼາຍໆຊັ່ນ ເປັນທຸລະກິດທີບໍລິສັດທີເຮັດທຸລະກິດຈະບໍນຳເອົາເງິນໄປຈ້າງດາລາ ຫຼື ຄົນດັ່ງມາເຮັດການຕະຫຼາດ ແຕ່ເອົາເງິນເຫຼົ່ານັ້ນມາຈ່າຍໃຫ້ເຮົາ ຄົນທີຊ່ວຍບອກຕໍ, ຊ່ວຍຂະຫຍ້າຍທຸລະກິດ ເຮັດໃຫ້ຄົນມາຊື້ສິນຄ້າ ແລ້ວ ເປີດແພັກເກັດທຸລະກິດ. ທຸລະກິດການຕະຫຼາດແບບເຄື່ອຂ່າຍ ບໍແມ່ນທຸລະກິດຂາຍຕົງ ຢ່າໂຟກັດໄປທີການຂາຍຕົງ ເມື່ອເຈົ້າເຂົ້າໃຈທຸລະກິດການຕະຫຼາດແບບເຄື່ອຂ່າຍແລ້ວ ເຈົ້າຈະເຂົ້າມາໃນຖ້ານະຄົນໃໝ່ ເຈົ້າຈະຕ້ອງຮຽນຮູ້ວ່າ ທຸລະກິດການຕະຫຼາດແບບເຄື່ອຂ່າຍແມ່ນຫຍັ່ງ ເມື່ອອ່ານມາຮອດບ່ອນນີ້ ມີໜັ່ງສື່ເຫຼັ່ມໜຶ່ງທີຢາກແນະນຳໃຫ້ເຈົ້າຊື້ມາອ່ານ ເພາະມັນຈະຊ່ວຍໃຫ້ເຈົ້າເຂົ້າໃຈ ທຸລະກິດການຕະຫຼາດແບບເຄື່ອຂ່າຍແບບສຸດໆໄປເລີຍ. OWN YOUR LIFE ໜັງສື່ການນຳສະເໜີ 45 ວິນາທີ ທີຈະປ່ຽນຊີວິດທ່ານ (OWN YOUR LIFE ຊີວິດເປັນຂອງທ່ານ)\ ສິງທ່ານຄວນເຮັດຕອນນີ້ຄືຕ້ອງຮີບໄປຫາໜັ່ງສື່ມາອ່ານ ຖ້າທ່ານຕ້ອງການເປັນນັກທຸລະກິດທີເຮັດການຕະຫຼາດແບບເຄື່ອຂ່າຍ ໃນໜັ່ງສື່ເຫຼັ່ມນີ້ຈະອະທິບາຍໄວ້ຫຼາຍຢ່າງ ອະທິບາຍໄດ້ແບບລະອຽດສຸດໆ ຫຼັງຈາກທີທ່ານໄດ້ອ່ານໜັງສື່ເຫຼັ່ມນີ້ແລ້ວ ເຊື່ອວ່າທ່ານເຫັ່ນໂອກາດ ແລະ ວິທີການທີຈະພາຕົວປະສົບຜົ່ນສຳເລັດໃນທຸລະກິດການຕະຫຼາດແບບເຄື່ອຂ່າຍ ແນ່ນອນ. ການເລີ່ມຕົ້ນເຮັດທຸລະກິດການຕະຫຼາດແບບເຄື່ອຂ່າຍ ກ່ອນອື່ນໝົດຕ້ອງເຂົ້າໃຈທຸລະກິດກ່ອນ ດ້ວຍການອ່ານໜັງສື່ “Own your life ການນໍາສະເໜີ 45 ວິນາທີ” ໃຫ້ຈົບ 4 ບົດທໍາອິດກ່ອນ ຫຼື ເບິງຄິບວີດີໂອຈາກ YouTube ເພື່ອໃຫ້ເຂົ້າຮູບແບບຂອງທຸລະກິດ ແລະ ຕ້ອງມີການກໍາໜົດກ່ອນວ່າ ໃນມືທຳອິດຕ້ອງໃຫ້ອ່ານຈົບ 4ບົດກ່ອນ ຫຼັງຈາກອ່ານຈົບແລ້ວ ໃຊ້ເວລາເຄິງຊົວໂມງ ໂທຫາຂ້ອຍ ເພື່ອເຮົາຈະມາສ້າງຄວາມເຂົ້າໃຈທຸລະກິດການຕະຫຼາດແບບເຄື່ອຂ່າຍຮ່ວມກັນ ເພື່ອໃຫ້ແນ່ໃຈວ່າ ເຈົ້າໄດ້ອ່ານ 4ບົດທໍາອິດ ແລ້ວເປັນແນວໃດ ເພື່ອປັບທັດສະນະຄະຕິກ່ອນ ຢ່າຟ້າວຮີບຂາຍເພາະວ່າຫຍັງມີເວລາຫຼາຍ. ເພາະໜັ່ງສື່ເຫຼັ່ມນີ້ຈະເຮັດວຽກແທ່ນເຈົ້າ ໂດຍທີ່ເຈົ້າເອງບໍຈຳເປັນມານັ່ງອະທິບາຍ ເອົາໜັ່ງສື່ເຫຼັ່ມນີ້ໃຫ້ເຂົ້າອ່ານ ຫຼື ເບິງວີດີໂອຈົບ 4 ບົດກ່ອນ ຫຼັງຈາກນັ້ນເຮົາຈິງພາເຂົ້າອ່ານໃນພາກປະຕິບັດບົດທີ 5 6 7 8 9 10 ອ່ານມືລະບົດ ໃຊ້ເວລາບໍເກີນ 2ອາທິດອ່ານໜັ່ງສື່ເຫຼັ່ມນີ້ຈົບ ເຈົ້າຈະໄດ້ຊັັບພະຍາກອນບຸຄົນທີຊົ່ງພະລັງທີສຸດ ຖ້າເຂົ້າເຂົ້າໃຈທຸລະກິດການຕະຫຼາດແບບເຄື່ອຂ່າຍ. ແຕ່ຖ້າຫາກເຈົ້າບໍສາມາດເຮັດຄົນໃໝ່ເຂົ້າໃຈ ເຈົ້າກໍຈະໄດ້ຄົນທີບໍມີປະສິດທິພາບມາຮ່ວມງານ ມີແຕ່ໃຈສູ້ຢ່າງດ່ຽວ ແຕ່ບໍເຂົ້າໃຈ ກໍບໍມີທາງປະສົບຜົ່ນສໍາເລັດໄດ້ ຖ້າຫາກບໍເຂົ້າໃຈມັນ. ໃນມືທຳອິດຂ້ອຍກໍມັກຈະບອກວ່າ ຈະຖາມວ່າ….A…. ກ່ອນທີເຮົາຈະຈາກກັນໃນມືນີ້ ມີໃຜແດ່ທີຢູ່ເຮືອນ ຫຼື ຢູ່ບ້ານທີບໍເຫັ່ນດີກັບທຸລະກິດທີເຈົ້າເລືອກ ຂ້ອຍຈະເຮັດໜ້າທີເປັນທ່ານໝໍ ເພື່ອສີດວັກຊິນປ້ອງກັນເຊື່ອພະຍາດ ດ້ວຍການເວົ້າວ່າ “ຖ້າມືນິເຈົ້າກັບໄປແລ້ວ ຄົນຢູ່ບ້ານ ຫຼື ຢູ່ເຮືອນຂອງເຈົ້າ ບໍເຫັນດີກັບທຸລະກິດຂອງເຈົ້າ ເຈົ້າຈະເຮັດແນວໃດ” ຖ້າ…A… ຕອບວ່າ “ຂ້ອຍຈະອະທິບາຍ ໃຫ້ເຂົ້າເຂົ້າໃຈ ວ່າຂ້ອຍຈິງຈັງກັບທຸລະກິດນີ້” ເຂົ້າຈະບໍມີທາງເຮັດໃຫ້ຄວາມເຊື່ອຂອງຂ້ອຍສັ່ນຄອ່ນ ໄປຈາກທຸລະກິດທີຂ້ອຍໄດ້ມີໂອກາດເຂົ້າຮ່ວມງານກັບເຈົ້າ ຂ້ອຍກໍຈະຕອບວ່າ “ໂອເຄ A ກັບບ້ານໃດ” ນັ້ນສະແດ່ງວ່າ ທັດສະນະຄະຕິຂອງເຂົ້ງແຂງແຮງພໍ ເຂົ້າບໍຍ່ອມໃຫ້ໃຜມາລັກຄວາມຝັ່ນຂອງເຂົ້າ ຫຼື ປະນິຖານທີຈະເຮັດໃຫ້ເຂົ້າລໍາລວຍ. ຂ້ອຍເຊື່ອວ່າທຸກໆຄົນ ຫຼື ຫຼາຍໆທ່ານທີກຳລັງອ່ານບົດຄວາມໃນຕອນນີ້ ເຄີຍຖືກຄົນໃນຄອບຄົວບໍເຊື່ອໃຈ, ບໍໝັ້ນໃຈ ຄິດວ່າເຮົາໄປເລື່ອກທຸລະກິດທີບໍດີມາເຮັດ, ບໍເຊື່ອໃນຄວາມສາມາດຂອງເຮົາ ວ່າເຮົາຈະເຮັດມັນໄດ້ສຳເລັດ ແລະ ພວກເຂົ້າກໍຄິດວ່າເຮົາຈະຖືກຕົວະຍົວະ ສິງທີເຮົາຕ້ອງເຮັດກໍຄື ຢ່າຊັ່ງຄົນເຫຼົ່ານັ້ນ, ຢ່າໄປຄຽດໃຫ້ເຂົ້າ ເພາະເຂົ້າຮັກເຮົາ ແຕ່ເຂົ້າບໍເຂົ້າໃຈວ່າຕ້ອນນີ້ເຈົ້າກຳລັງເຮັດຫຍັ່ງ ເຫດການແບບນີ້ຈະເກີດຂື້ນພ່ຽງຊົ່ວຄາວ ເພາະວ່ເຂົ້າບໍເຂົ້າໃຈທຸລະກິດທີທ່ານກຳລັງລົ່ງທຶ່ນໄປກັບມັນ ເປັນໜ້າທີ່ຂອງເຮົາທີຈະຕັ້ງໃຈເຮັດມັນໃຫ້ສຳເລັດ ໂດຍບໍລົ້ມເລີກໄປເສຍກ່ອນ. ແລ້ວມືທີເຮົາປະສົບຄວາມສຳເລັດ ຄົນເຫຼົ່ານັ້ນແຫຼະ ຈະກັບມາເປັນກອງເຊຍ ຄົນຮອບຂ້າງຂ້ອຍດ່າຂ້ອຍແບບເສຍໆ ຫາຍໆ ຫຼາຍຄົນດູ່ຖູກ, ຫຼາຍຄົນດູ່ໝິ່ນ ບ່າງຄົນເທິງຄັນເລີກຄົບ, ເລີກເປັນໝູ່ກັນກໍມີ ບ້າງຄັ້ງຂ້ອຍກໍທໍ້, ຫຼາຍຄັ້ງທີຂ້ອຍເສຍນ້ຳຕາ ຂ້ອຍກໍໄດ້ແຕ່ນ້ອຍເນື່ອຕຳໃຈ ແຕ່ຂ້ອຍບໍລົ້ມເລີກ. ເພາະສະນັ້ນຖ້າເຮົາຢາກເປັນຄົນປະສົບຜົ່ນສຳເລັດແຄ່ຄົນດ່ຽວ ແລ້ວປ່ຽນແປງຊີວິດການເປັນຢູ່ຄົນໃດທັງຄອບຄົວ ເຮົາຈະຕ້ອງເປັນຜູ້ນຳ, ເຮົາຈະຕ້ອງໄປຕໍ, ຢ່າຍ້ອມແພ້ ຖ້າເຈົ້າຄິດວ່າເຈົ້າເຮັດເໄດ້ແນ່ນອນ ຄອມເມັນໄຕ້ໂພສນີ້ ແລະ ຂ້ອຍກໍຂໍອວຍພອນໃຫ້ເຈົ້າເຮັດໄດ້ ຂ້ອຍເຊື່ອໝັ້ນຄົນທີບອກວ່າຕົວເອງເຮັດໄດ້ ແລະ ຄົນເຫຼົ່ານັ້ນກໍເຮັດໄດ້ ເພາະສະນັ້ນຫຼາຍຄົນກໍຈະເຫັ່ນບົດບາດຂອງຂ້ອຍໃນການແບ່ງປັນຂໍ້ມູນ ໂດຍເອົາເນື່ອຫາໃນໜັ່ງສື່ໃຫ້ເຂົ້າອ່ານ ໃນຖານະເປັນແມ່ ແລະ ປ້ອນວັກຊິນໃນຖານະເປັນພໍ ໃນທຸລະກິດການຕະຫຼາດແບ່ບເຄື່ອຂ່າຍ ແລະ ໃນຕະຫຼອດເສັ່ນທີສ້າງອົງກອນຮ່ວມກັນ ຍັງຕ້ອງປ້ອນຄວາມຮູ້ອີກຢ່າງສະໝຳສະເໝີ ແລ້ວກໍສີດວັກຊິນໃຫ້ເຂົ້າສະໝຳສະເໝີ ໂດຍສະເພາະຄວາມຮູ້ທີຈະເຮັດໃຫ້ເຂົ້າກາຍເປັນອັບລາຍທີ່ທີມງານບໍສາມາດດ່າໄດ້ຄື: ສອນໃຫ້ເຂົ້າເຂົ້າໃຈທຸລະກິດການຕະຫຼາດແບບເຄືອຂ່າຍ. ສອນໃຫ້ເຂົ້າຮູ້ວ່າ ສິນຄ້າມີຫຍັ່ງແດ່ ແລະ ໃຊ້ແນວໃດ. ສອນໃຫ້ເຂົ້າເຂົ້າໃຈແຜ່ນການຈ່າຍຜົ່ນຕອບແທ່ນເປັນແບບໃດ ເຮັດແນວໃດຈິງມີລາຍໄດ້ສູງສຸດຈາກແຜ່ນການຕະຫຼາດ. ສອນວິທີເຂົ້າລະບົບເພື່ອຊື້ສິນຄ້າ ແລະ ຮັກສາຄຸນສົມບັັດປະຈຳເດືອນແນວໃດ ສອນວິທີການສະໝັກສະມາຊິກ ເມື່ອມີຄົນຕ້ອງການສະໝັກ ແລະ ວິທີປ້ອນຂໍ້ມູນ. ສອນວິທີຂະຫຍ້າຍອົງກອນວ່າຕ້ອງຂະຫຍ້າຍແນວໃດ ເມື່ອມີອົ່ງກອນໃໝ່ເຂົ້າມາໃນທີ່ມຂອງເຂົ້າ ເຮົາຈະຕ້ອງໄປຊ່ວຍເຂົ້າເຮັດວຽກ ແລ້ວສອນທີ່ມງານໃໝ່ຂອງເຂົ້າແນວໃດ ຖ້າເຮັດຄົບ 7 ຂໍ້ນີ້ ແລະ ສາມາດສອນທີ່ມງານໄດ້ໃຫ້ຄົບທັງ 7 ຂໍ້ ເຊື່ອວ່າອົງກອນທຸລະກິດການຕະຫຼາດແບບເຄື່ອຂ່າຍຂອງເຈົ້າເຕີບໂຕຢ່າງແນ່ນອນ ແຕ່ຖ້າບໍລິສັດທີເຈົ້າກຳລັງເຮັດຢູ່ນັ້ນ ບໍມີຄົນທີສອນເຈົ້າໄດ້ ເຈົ້າກໍຄວນຈະຮູ້ວ່າ ເຈົ້າຈະຮຽນຈາກໃສ່ ແນ່ນອນວ່າສາມາດມາຮຽນກັບຂ້ອຍໄດ້ ເຈົ້າສາມາດຕິດຕາມຂ້ອຍໄດ້ຈາກຊ່ອງທາງ Facebook ແລະ Youtube ໂດຍການກົດລິງຊື່ທີຢູ່ດ້ານລຸ່ມນີ້ ຂ້ອຍຈະມາແບ່ງປັນສຸດຍອດຂໍ້ມູນເຫຼົ່ານີ້ໃຫ້ກັບເຈົ້າຢ່າງສະໝຳສະເໝີ. Post navigation ວິທີເລືອກບໍລິສັດທຸລະກິດການຕະຫຼາດແບບເຄືອຂ່າຍ